• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂົນຂວາຍທົ່ວປວງຊົນຕັ້ງໜ້າເຂົ້າຮ່ວມການຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມ

ແນວໂຮມປະເທດຊາດ ຫວຽດນາມ ໄດ້ຂົນຂວາຍທົ່ວປວງຊົນຕັ້ງໜ້າແກ້ໄຂຜົນກະທົບຈາກໂລກລະບາດໂຄວິດ-19 ເພື່ອຟື້ນຟູ ແລະ ພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດ.

ທີ່ກອງປະຊຸມ (ພາບ: sggp.org.vn)

ຕອນເຊົ້າວັນທີ 03 ກໍລະກົດ, ທີ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫລຸບວຽກງານແນວໂຮມ 6 ເດືອນຜ່ານມາ ແລະ ປຶກສາຫາລືຫົວເລື່ອງສະເພາະ “ແນວໂຮມປະເທດຊາດ ຫວຽດນາມ ຂົນຂວາຍທົ່ວປວງຊົນຕັ້ງໜ້າເຂົ້າຮ່ວມການຟື້ນຟູ ແລະ ພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດ”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຈິ່ນແທງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຢັ້ງຢືນວ່າ:

        “ແນວໂຮມປະເທດຊາດ ຫວຽດນາມ ໄດ້ຂົນຂວາຍທົ່ວປວງຊົນຕັ້ງໜ້າແກ້ໄຂຜົນກະທົບຈາກໂລກລະບາດໂຄວິດ-19 ເພື່ອຟື້ນຟູ ແລະ ພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດ. ແນວໂຮມໄດ້ປະຕິບັດຖືກຕ້ອງຕາມເນື້ອໃນຈິດໃຈ, ບົດສະຫລຸບເລກທີ 77 ຂອງກົມການເມືອງ ແລະ ມະຕິເລກທີ 84, ຕ້ອງເສີມຂະຫຍາຍຢ່າງສູງກຳລັງແຮງມະຫາສາມັກຄີທົ່ວປວງຊົນໃນຂະບວນການຂົນຂວາຍຊາວ ຫວຽດນາມ ໃຫ້ບຸລິມະສິດຊົມໃຊ້ສິນຄ້າ ຫວຽດນາມ, ຟື້ນຟູການຜະລິດເສດຖະກິດຂອງປະເທດຊາດ. ສືບຕໍ່ປຸກລະດົມຢ່າງແຮງຂະບວນການທົ່ວປວງຊົນປະຢັດມັດທະຍັດ ເພື່ອສະຫງວນແຫຼ່ງກຳລັງໃຫ້ແກ່ການສ້າງສາປະເທດຊາດ ໃນເງື່ອນໄຂຫຍຸ້ງຍາກ.”

(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top