ນີ້ແມ່ນການເຄື່ອນໄຫວປະຈຳປີຂອງສະຖານກົງສູນໃຫຍ່ 5 ປະເທດອາຊຽນ ປະຈຳ Vancouver, ລວມມີ: ອິນໂດເນເຊຍ, ມາເລເຊຍ, ຟີລິບປີນ, ໄທ ແລະ ຫວຽດນາມ. ນະທີ່ນີ້, ຊາວການາດາ ແລະ ບັນດາປະເທດອາຊຽນ ໄດ້ ເຂົ້າຮ່ວມງານບຸນຢ່າງຟົດຟື້ນ, ດ້ວຍບັນດາຮ້ານວາງສະແດງເຄື່ອງສິລະປະຫັດຖະກຳຂອງປະເທດຕ່າງໆ ແລະ ເຍື່ອງອາຫານຫຼາຍຢ່າງ ໄດ້ແນະນຳບັນດາຈຸດທີ່ເປັນເອກະລັກສະເພາະໃນອາຫານການກິນທີ່ເປັນມູນເຊື້ອຂອງບັນດາປະເທດ. ຄຽງຂ້າງນັ້ນ, ງານບຸນກໍ່ແມ່ນໂອກາດເພື່ອໃຫ້ຜູ້ເຂົ້າຮ່ວມຊອກຮູ້ວັດທະນະທຳ, ປະເທດຊາດ ແລະ ປະຊາຊົນບັນດາປະເທດອາຊຽນ ຜ່ານບັນດາສື່ສິ່ງພິມທີ່ໄດ້ແຈກຢາຍໃຫ້ຜູ້ເຂົ້າຮ່ວມໂດຍບໍ່ເສຍຄ່າຕື່ມອີກ.
(ແຫຼ່ງຄັດຈາກ VOV)