• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະແໜງອຸດສາຫະກຳ ແລະ ການຄ້າ ສືບຕໍ່ປັບປຸງ ສະພາບແວດລ້ອມດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດແກ້ງແຍ້ງແຫ່ງຊາດ 2021

      ຕອນເຊົ້າວັນທີ 7 ມັງກອນ ຢູ່ຮ່າໂນ້ຍ, ຂະແໜງອຸດສາຫະກຳ ແລະ ການຄ້າໄດ້ດຳເນີນກອງປະຊຸມສະຫຼຸບວຽກງານປີ 2020 ແລະ ຜັນຂະຫຍາຍໜ້າທີ່ປີ 2021.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ, ໃນສະພາບທີ່ ເສດຖະກິດໂລກໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19, ແຕ່ການສົ່ງອອກຂອງ ຫວຽດນາມ ຍັງເຕີບໂຕດ້ວຍວົງເງິນສົ່ງອອກຄາດວ່າບັນລຸໄດ້ ກ່ວາ 281,5 ຕື້ USD, ເພີ່ມຂຶ້ນ 6,5%ເມື່ອທຽບໃສ່ປີ 2019.
            ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ຕີລາຄາສູງຕໍ່ການປະຕິບັດສັນຍາການຄ້າເສລີ (FTA) ສະບັບຕ່າງໆຢ່າງມີປະສິດທິຜົນ ເພື່ອໃຫ້ການສົ່ງອອກໄດ້ຮັບການຍູ້ແຮງຢ່າງມີປະສິດທິຜົນກ່ວາ. ມາຮອດປັດຈຸບັນ, ຫວຽດນາມ ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີລະດັບເປີດຂະໜາດໃຫຍ່ ແລະ ມີການພົວພັນການຄ້າ ກັບ 230 ຕະຫຼາດ, ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດຂອງ ຫວຽດນາມ ເປີດກວ້າງຕະຫຼາດ, ເຊື່ອມຕໍ່, ເຂົ້າຮ່ວມລະບົບຕ່ອງໂສ້ມູນຄ່າ ແລະ ເຄືອຂ່າຍການຜະລິດທົ່ວໂລກ ຢ່າງເລິກເຊິ່ງກ່ວາ.. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ປີ 2020 ແມ່ນປີມີຫຼາຍເຫດການສຳຄັນ, ຂະແໜງ ອຸດສາຫະກຳ ແລະ ການຄ້າ ຄວນສຸມໃສ່ບັນດາການກຳນົດທິດໃຫຍ່.
        ປະຕິບັດມາດຕະການຊຸກຍູ້ການສົ່ງອອກ, ຄວບຄຸມການສົ່ງອອກ - ນຳເຂົ້າຢ່າງມີປະສິດທິຜົນແລະຄົບຊຸດ, ຕິດຕາມສະພາບການຜັນແປຢ່າງໃກ້ຊິດ ເພື່ອມີນະໂຍບາຍຮັບມືຢ່າງເໝາະສົມ. ເອົາໃຈໃສ່ພັດທະນາຕະຫຼາດພາຍໃນປະເທດຕາມລວງເລິກ, ປ້ອງກັນ, ສະກັດກັ້ນການຄ້າເຖື່ອນ, ສໍ້ໂກງການຄ້າ, ຕົ້ນກຳເນີດ; ເສີມຂະຫຍາຍບົດບາດຂອງສະຫະສະມາຄົມຂະແໜງສິນຄ້າ ແລະ ຜູ້ອຸປະໂພກບໍລິໂພກ.
            ເມື່ອເຕື້ອງເຖິງເລື່ອງ ຫວຽດນາມ ຖືກກະຊວງການເງິນ ອາເມລິກາ ຈັດ ຫວຽດນາມ ເຂົ້າບັນຊີລາຍຊື່ “ປະເທດຄອບງຳເງິນຕາ”. ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ: ລັດຖະບານ ຫວຽດນາມ “ຫຼຸດຜ່ອນການຂາດດຸນການຄ້າ, ຕ້ານການສໍ້ໂກງຕົ້ນກຳເນີດ ຢ່າງເດັດດ່ຽວຂ້ຽວຂາດ” ດ້ວຍການກະທຳຢ່າງລະອຽດ. ມາຮອດປັດຈຸບັນ, ອາເມລິກາ ແລະ ລັດຖະບານ ຫວຽດນາມ ໄດ້ໂທລະສັບປຶກສາຫາລືກ່ຽວກັບບັນຫານີ້ສອງຄັ້ງແລ້ວ. ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກອີກຄັ້ງໜຶ່ງວ່າ ນະໂຍບາຍເງິນຕາຂອງ ຫວຽດນາມ ເພື່ອແນໃສ່ເປົ້າໝາຍຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ບໍ່ແມ່ນແນໃສ່ສ້າງທ່າໄດ້ປຽບໃນການແກ້ງແຍ້ງດ້ານການຄ້າ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top