• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະແໜງການທູດຕ້ອງຕິດແທດກັບສະພາບຕົວຈິງ, ບັນດາຈຸດສຸມບຸລິມະສິດຂອງລັດຖະບານ ແລະ ແນວທາງການຕ່າງປະເທດຂອງຫວຽດນາມ

ທ່ານລັດຖະມົນຕີ ບຸຍແທັງເຊີນ ຊີ້ນຳໃຫ້ຂະແໜງການທູດຕ້ອງຕິດແທດກັບສະພາບຕົວຈິງ, ບັນດາຈຸດສຸມບຸລິມະສິດຂອງລັດຖະບານ ແລະ ແນວທາງການພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII.
ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸນແທັງເຊີນ. (ພາບ: ກະຊວງການຕ່າງປະເທດ)
ວັນທີ 12 ກໍລະກົດ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດວາລະປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ, ທິດທາງວຽກງານໃນ 6 ເດືອນທ້າຍປີ 2021. ກ່າວຄຳເຫັນຊີ້ນຳວາລະປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸນແທັງເຊີນ ເນັ້ນໜັກວ່າ, ຖັນແຖວພະນັກງານພົວພັນຕ່າງປະເທດ ຄວນສືບຕໍ່ປະຕິບັດວຽກງານຄາດຄະເນສະພາບການໃຫ້ເປັນຢ່າງດີ, ຄົ້ນຄວ້າ, ເສນາທິການ; ໃຫ້ບຸລິມະສິດການສ້າງບັນດາຍຸດທະສາດ, ແຜນຮ່າງສຳຄັນເພື່ອແນໃສ່ຜັນຂະຫຍາຍແນວທາງການຕ່າງປະເທດກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໃຫ້ບັນລຸຜົນສຳເລັດ. ທ່ານລັດຖະມົນຕີ ບຸຍແທັງເຊີນ ຊີ້ນຳໃຫ້ຂະແໜງການທູດຕ້ອງຕິດແທດກັບສະພາບຕົວຈິງ, ບັນດາຈຸດສຸມບຸລິມະສິດຂອງລັດຖະບານ ແລະ ແນວທາງການພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII, ຜັນຂະຫຍາຍຢ່າງຄົບຊຸດ, ຮອບດ້ານທັງການພົວພັນ 2 ຝ່າຍ ແລະ ຫຼາຍຝ່າຍ; ຍົກສູງປະສິດທິຜົນການເຊື່ອມໂຍງທາງດ້ານເສດຖະກິດສາກົນ, ການທູດເສດຖະກິດເພື່ອຮັບໃຊ້ການພັດທະນາ, ການທູດວັດທະນະທຳ… ຄຽງຂ້າງນັ້ນ, ກໍ່ຄວນເພີ່ມທະວີປະສິດທິຜົນການສົມທົບກັນລະຫວ່າງການທູດກັບການພົວພັນຕ່າງປະເທດຂອງພັກ, ສະພາແຫ່ງຊາດ ແລະ ປະຊາຊົນ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top