• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກ່ຳປັ່ນກອງທັບເຮືອປະຊາຊົນ ຫວຽດນາມ ຢ້ຽມຢາມມິດຕະພາບ ກຳປູເຈຍ

      ແຕ່ວັນທີ 25 – 28 ເມສາ, ກ່ຳປັ່ນເຮືອໃບ ເລກຸ້ຍໂດນ (HQ-286) ຂອງກອງທັບເຮືອປະຊາຊົນ ຫວຽດນາມ ໄດ້ເຂົ້າທຽບທ່າກ່ຳປັ່ນ Sihanoukville ຂ້າງຝັ່ງອ່າວໄທ, ທາງທິດຕາເວັນຕົກສ່ຽງໃຕ້ກຳປູເຈຍ, ເລີ່ມຕົ້ນການຢ້ຽມຢາມກຳປູເຈຍ ຢ່າງເປັນທາງການເປັນເວລາ 4 ວັນ.

ກ່ຳປັ່ນກອງທັບເຮືອປະຊາຊົນ ຫວຽດນາມ ຢ້ຽມຢາມມິດຕະພາບ ກຳປູເຈຍ
      ເມື່ອແລກປ່ຽນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ, ທ່ານພັນເອກພິເສດ ຫງວຽນດຶກນາມ, ຮອງຜູ້ອຳນວຍການວິທະຍາຄານກອງທັບເຮືອ, ຫົວໜ້າຄະນະປະຕິບັດງານໃຫ້ຮູ້ວ່າ: ນີ້ແມ່ນຄັ້ງທີ 2 ທີ່ກອງທັບເຮືອປະຊາຊົນ ຫວຽດນາມ ໄດ້ນຳກ່ຳປັ່ນເຮືອໃບໄປຢ້ຽມຢາມມິດຕະພາບກຳປູເຈຍ. ຄວາມໝາຍອັນໃຫຍ່ຫລວງຂອງການຢ້ຽມຢາມນີ້ ແມ່ນເພີ່ມທະວີ, ຮັດແໜ້ນ ການພົວພັນທີ່ເປັນມູນເຊື້ອອັນດີງາມ, ຄວາມສາມັກຄີ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນກ່ວາອີກ ລະຫວ່າງກອງທັບປະຊາຊົນ ຫວຽດນາມ - ກອງທັບລາຊະອານາຈັກກຳປູເຈຍ ເວົ້າລວມ ແລະ ລະຫວ່າງກອງທັບເຮືອປະຊາຊົນ ຫວຽດນາມ - ກອງທັບເຮືອລາຊະອານາຈັກກຳປູເຈຍ ເວົ້າສະເພາະ. ການຢ້ຽມຢາມກໍ່ແມ່ນໂອກາດ ເພື່ອໃຫ້ບັນດາສຳມະນາກອນທະຫານໄດ້ເຂົ້າຮ່ວມພຶດຕິກຳຕົວຈິງໃນການເດີນເຮືອເປັນເວລາຫລາຍວັນ; ແມ່ນໂອກາດເພື່ອນຳໃຊ້ທິດສະດີ ແລະ ຄວາມຮູ້ທີ່ໄດ້ຮຽນມາເຂົ້າໃນການປະຕິບັດໜ້າທີ່ບົນທະເລ.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top