• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກ່ວາ 18,4 ລ້ານຄົນໃນທົ່ວໂລກຕິດເຊື້ອພະຍາດໂຄວິດ-19

      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 04 ສິງຫາ (ຕາມເວລາ UTC), ຈຳນວນຜູ້ຕິດເຊື້ອໂຄວິດ-19 ໃນທົ່ວໂລກໄດ້ຂຶ້ນເຖິງ 18.434.503 ຄົນ, ໃນນັ້ນ ມີ 696.802 ຄົນເສຍຊີວິດ.

ກ່ວາ 18,4 ລ້ານຄົນໃນທົ່ວໂລກຕິດເຊື້ອພະຍາດໂຄວິດ-19 (ພາບ:  Reuters)
      ຢູ່ ອາຊີ, ປະຈຸບັນ ອິນເດຍ ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງກ່ວາໝູ່ຈາກໂລກລະບາດໂຄວິດ-19 ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 1.855.331 ຄົນ. ນີ້ກໍ່ແມ່ນປະເທດທີ່ມີຈຳນວນຜູ້ຕິດເຊື້ອຢືນອັນດັບທີ 3 ໃນໂລກ, ຖັດຈາກ ອາເມລິກາ ແລະ ບຣາຊິນ.
        ພ້ອມກັບ ອິນເດຍ, ປະເທດ ຟີລິບປີນ, ອິນໂດເນເຊຍ ແລະ ຍີ່ປຸ່ນ ກໍ່ແມ່ນບັນດາປະເທດທີ່ກວດພົບຜູ້ຕິດເຊື້ອຫລາຍຢູ່ ອາຊີ. ໃນ 24 ຊົ່ວໂມງຜ່ານມາ, ທັງ 3 ປະເທດດັ່ງກ່າວ ລ້ວນແຕ່ກວດພົບຜູ້ຕິດເຊື້ອໃໝ່ແຕ່ 1.500 – 3000 ຄົນ.
        ຢູ່ ເອີຣົບ, ລັດເຊຍ ແມ່ນປະເທດຖືກຜົນສະທ້ອນຢ່າງຮຸນແຮງຈາກ ໂຄວິດ-19 ເຊິ່ງຢືນອັນດັບ 4 ໃນໂລກ ແລະ ອັນດັບ 1 ຢູ່ ເອີຣົບ. ປະຈຸບັນ, ຍອດຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ ລັດເຊຍ ແມ່ນ 856.264 ຄົນ, ໃນນັ້ນ ມີ 14.207 ຄົນເສຍຊີວິດ.
 (ແຫຼ່ງຄັດຈາກ VOV)
 

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top