• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຸ່ມກຳປັ່ນສຳຫລວດໄຮ້ຢາງ 08 ຂອງຈີນ ໄດ້ອອກຈາກເຂດເສດຖະກິດຈຳເພາະແລະໄຫລ່ທະວີບທາງ ຕາເວັນອອກສ່ຽງໃຕ້ຂອງຫວຽດນາມ

      ທີ່ການຖະແຫລງຂ່າວນັດສາມັນ ດຳເນີນໃນຕອນບ່າຍວັນທີ 8 ສິງຫາ ຢູ່ ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ວັນທີ 8 ສິງຫາ ກົງກັບວັນສະເຫລີມສະຫລອງ 52 ປີແຫ່ງວັນສ້າງຕັ້ງ ອາຊຽນ, ສຳນັກງານແຫ່ງໃຫມ່ຂອງ ຄະນະເລຂາອາຊຽນ ຢູ່ ຈາກາຕາ ປະເທດ ອິນໂດເນເຊຍ ໄດ້ນຳເຂົ້າເຄື່ອນໄຫວ.
            ເມື່ອຕອບຄຳຖາມຂອງນັກຂ່າວ ກ່ຽວຂ້ອງເຖິງ ບັນດາມາດຕະການ ຂອງຫວຽດນາມ ເພື່ອແນໃສ່ສະກັດກັ້ນ ສິນຄ້າຕ່າງປະເທດ ປອມແປງຍີ່ຫໍ້ສິນຄ້າຫວຽດນາມ ສົ່ງໄປຍັງປະເທດອື່ນ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ:
ຫວຽດນາມ ເດັດດ່ຽວສະກັດກັ້ນ ແລະ ປ້ອງກັນທຸກການກະທຳສໍ້ໂກງການຄ້າ, ສໍ້ໂກງຕົ້ນກຳເນີດຢູ່ຕະຫລາດ ຫວຽດນາມ ກໍ່ຄືບັນດາການເຄື່ອນໄຫວຂາອອກຂາເຂົ້າ ເພື່ອແນໃສ່ປົກປ້ອງຜົນປະໂຫຍດອັນຊອບທຳຂອງວິສາຫະກິດ ແລະ ຜູ້ໃຊ້ສອຍຫວຽດນາມ.

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ (ພາບ: TTXVN)
      ກ່ຽວກັບການເຄື່ອນໄຫວຂອງກຸ່ມກຳປັ່ນສຳຫລວດ ໄຮ້ຢາງ 08 ຂອງຈີນພວມເຄື່ອນໄຫວຜິດກົດໝາຍຢູ່ເຂດເສດຖະກິດຈຳເພາະ ແລະ ໄຫລ່ທະວີບທາງທິດຕາເວັນອອກສ່ຽງໃຕ້ຂອງຫວຽດນາມ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ:
            ຕາມແຫຼ່ງຂ່າວທີ່ຂ້າພະເຈົ້າໄດ້ຮູ້ມາວ່າ, ຕອນບ່າຍວັນທີ 07 ສິງຫາ  2019, ກອງກໍ່າປັ່ນສໍາຫຼວດໄຮ້ຢາງ 08 ຂອງຈີນ ໄດ້ຢຸດຕິການເຄື່ອນໄຫວສໍາຫຼວດການສັ່ນສະເທື່ອນຂອງແຜ່ນດິນ ແລະ ໄດ້ຖອນອອກຈາກເຂດເສດຖະກິດຈໍາເພາະ ແລະ ໄຫຼ່ທະວີບທາງຕາເວັນອອກສ່ຽງໃຕ້ຂອງຫວຽດນາມ ທີ່ໄດ້ກໍານົດຕາມສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982.  ຫວຽດນາມ ສະເໜີໃຫ້ບັນດາປະເທດ ເຄົາລົບອະທິປະໄຕ, ສິດອໍານາດອະທິປະໄຕ, ສິດອໍານາດສານທີ່ສອດຄ່ອງກັບກົດໝາຍສາກົນ ຂອງຫວຽດນາມ ແລະ ຍາມໃດກໍສະແດງເຈດຕະນາດີພ້ອມແລ້ວທີ່ຈະເຈລະຈາກັບບັນດາປະເທດກ່ຽວຂ້ອງ ເພື່ອປະກອບສ່ວນເຂົ້າໃນການຮັກສາສັນຕິພາບສະຖຽນລະພາບ ແລະ ພັດທະນາການຮ່ວມມືມິດຕະພາບລະຫວ່າງບັນດາປະເທດ.
        ກ່ຽວຂ້ອງເຖິງເລື່ອງ ຈີນ ກະກຽມນໍາໃຊ້ປຶ້ມຕໍາລາ ປະຫວັດສາດສະບັບໃໝ່ ໃຫ້ແກ່ນັກຮຽນມັດທະຍົມຕອນປາຍ, ໃນນັ້ນ ຖືວ່າ ມີເກາະບາງແຫ່ງຂຶ້ນກັບໝູ່ເກາະເຈື່ອງຊາ ແມ່ນເກາະຂອງຈີນ ນັ້ນ, ອີກຄັ້ງໜຶ່ງ ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ຢັ້ງຢືນວ່າ: ເລື່ອງ ຈີນ ໂຄສະນາສຶກສາບັນດາຂໍ້ມູນທີ່ຜິດກັບຄວາມຈິງຂອງປະຫວັດສາດ ແລະ ກົດໝາຍສາກົນໃຫ້ຄົນລຸ້ນໜຸ່ມ ແມ່ນບໍ່ເປັນປະໂຫຍດສໍາລັບການພົວວັນຂອງສອງປະເທດ. 
 (ແຫຼ່ງຄັດຈາກ VOV)
 

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top