• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳມາທິການກົດໝາຍຂອງສະພາແຫ່ງຊາດຈັດກອງປະຊຸມຄົບຄະນະຄັ້ງທີ 27

      ກອງປະຊຸມຄົບຄະນະຄັ້ງທີ 27 ກຳມາທິການກົດໝາຍຂອງສະພາແຫ່ງຊາດ ຫວຽດນາມ ໄດ້ຈັດຕັ້ງຕາມຮູບການອອນລາຍໃນຕອນເຊົ້າວັນທີ 16 ເມສາ.

ກຳມາທິການກົດໝາຍຂອງສະພາແຫ່ງຊາດຈັດກອງປະຊຸມຄົບຄະນະຄັ້ງທີ 27 (ພາບ:quochoi.vn)
 
      ທີ່ການເຮັດວຽກໃນຕອນເຊົ້າວັນທີ 16 ເມສາ, ກຳມາທິການກົດໝາຍໄດ້ພິຈາລະນາ, ປະກອບຄຳເຫັນໃສ່ໃບສະເໜີຂອງລັດຖະບານກ່ຽວກັບໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2021, ດັດປັບໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2020 ແລະ ບາງຂໍ້ສະເໜີສ້າງ            ເມື່ອປຶກສາຫາລືທີ່ກອງປະຊຸມ, ບັນດາສະມາຊິກໄດ້ຕີລາຄາວຽກງານສ້າງກົດໝາຍນັບແຕ່ຂັ້ນຕອນກະກຽມການສະເໜີນຳເຂົ້າໂຄງການຕະຫລອດຮອດການພິຈາລະນາ, ຮັບຮອງເອົາ ສືບຕໍ່ມີບັນດາການປັບປຸງ, ປ່ຽນແປງໃໝ່. ບັນດາສະມາຊິກໄດ້ເຫັນດີໂດຍພື້ນຖານຕໍ່ໃບສະເໜີຂອງລັດຖະບານ ພ້ອມທັງປະກອບບັນດາຄຳເຫັນເຂົ້າໃນວິວັດການກະກຽມຮ່າງກົດໝາຍບາງສະບັບຢ່າງພື້ນຖານ.
 (ແຫຼ່ງຄັດຈາກ VOV)
 

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top