• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳປູເຈຍສະເຫຼີມສະຫຼອງ 39 ປີແຫ່ງວັນສ້າງຕັ້ງແນວໂຮມສາມັກຄີທົ່ວປວງຊົນກູ້ຊາດ

      ວັນທີ 02 ທັນວາ, ຢູ່ນະຄອນຫຼວງ ພະນົມເປັນ ໄດ້ດຳເນີນພິທີມິດຕິງສະເຫຼີມສະຫຼອງ 39 ປີແຫ່ງວັນສ້າງຕັ້ງແນວໂຮມສາມັກຄີທົ່ວປວງຊົນກູ້ຊາດກຳປູເຈຍ, ປະຈຸບັນແມ່ນແນວໂຮມສາມັກຄີພັດທະນາປະເທດຊາດກຳປູເຈຍ (02 ທັນວາ 1978 – 02 ທັນວາ 2017).

(ກຳປູເຈຍສະເຫຼີມສະຫຼອງ 39 ປີແຫ່ງວັນສ້າງຕັ້ງແນວໂຮມສາມັກຄີທົ່ວປວງຊົນກູ້ຊາດ)
      ກ່າວຄຳເຫັນທີ່ພິທີມິດຕິງ, ທ່ານປະທານສະພາແຫ່ງຊາດ, ປະທານສະພາຊົນເຜົ່າແນວໂຮມສາມັກຄີພັດທະນາປະເທດຊາດກຳປູເຈຍ Samdech Heng Samrin ຢືນຢັນວ່າ,  ແນວໂຮມ 2/12 ບໍ່ພຽງແຕ່ກູ້ຊ່ວຍໃຫ້ທັງໝົດຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ Pol Pot ເທົ່ານັ້ນ, ຫາກຍັງໜູນຊ່ວຍການຟື້ນຟູ, ສ້າງສາ ແລະ ພັດທະນາປະເທດຊາດ ໃນທຸກແງ່ມູນອີກດ້ວຍ.
        ທີ່ພິທີມິດຕິງ, ອຸປະທູດຊົ່ວຄາວ, ສະຖານທູດຫວຽດນາມ ຫງວຽນຈ໋າກຕ່ວານ ພ້ອມກັບຜູ້ຕາງໜ້າສະຖານທູດບາງປະເທດປະຈຳກຳປູເຈຍ ໄດ້ເຂົ້າຮ່ວມ ແລະ ມອບດອກໄມ້ອວຍພອນ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top