• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກາ​ນ​ນຳ​ບັນ​ດາ​ກະ​ຊວງ, ຄະ​ນະ, ຂະ​ແໜງ​ການ ໄປ​ຢ້ຽມ​ຢາມ ແລະ ມອບ​ຂອງ​ຂວັນ​​ໃຫ້ປະ​ຊາ​ຊົນ​ທ້ອ​ງ​ຖິ່ນ​ຕ່າງໆ

ເນື່ອງໃນໂອກາດບຸນປີໃໝ່ ປີຂານ 2022, ວັນທີ 13 ມັງກອນ, ຄະນະປະຕິບັດງານຂອງສະພາແຫ່ງຊາດ ຫວຽດນາມ ໂດຍທ່ານພົນໂທ ເຈິ່ນກວາງເຟືອງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດຢູ່ ປ້ອມທະຫານປ້ອງກັນຊາຍແດນ ບິ່ງແທງ; ບໍລິສັດຫຸ້ນສ່ວນ ຫວິ້ງຮວ່ານ; ເຮັດວຽກກັບການນຳແຂວງ ດົ່ງທາບ ແລະ ມອບຂອງຂວັນໃຫ້ບັນດາຄອບຄົວທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍແຂວງ ດົ່ງທາບ.
ຄະນະປະຕິບັດງານຂອງສະພາແຫ່ງຊາດ ຫວຽດນາມ ເຮັດວຽກກັບການນຳແຂວງ ດົ່ງທາບ   (ພາບ: TTXVN)

ຕອນບ່າຍວັນທີ 13 ມັງກອນ, ຄະນະປະຕິບັດງານຂອງ ວິທະຍຸກະຈາຍສຽງ ຫວຽດນາມ (VOV) ແລະ ກຳມາທິການຊົນເຜົ່າ ກໍໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ນັກຮຽນ, ພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍຢູ່ເທດສະບານ ລາວກາຍ, ແຂວງ ຊາປາ ດ້ວຍມູນຄ່າເກືອບ 1,7 ຕື້ ດົ່ງ. ທ່ານປະທານກຳມາທິການຊົນເຜົ່າ ເຮົ່າອາເລັ່ງ ແບ່ງປັນວ່າ:

        “ການຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ພໍ່ແມ່ປະຊາຊົນເນື່ອງໃນໂອກາດບຸນເຕັດປີນີ້ ແມ່ນການກະທຳທີ່ມີຄວາມໝາຍທີ່ສຸດ ແນໃສ່ລະດົມກຳລັງໃຈໃຫ້ພໍ່ແມ່ປະຊາຊົນໄດ້ຕ້ອນຮັບບຸນປີໃໝ່ດ້ວຍຄວາມເບີກບານມ່ວນຊື່ນ, ອົບອຸ່ນ ຖືກຕາມເນື້ອໃຈຈິດໃຈການຊີ້ນຳຂອງພັກ, ລັດຖະບານ ນັ້ນແມ່ນ ປະຊາຊົນທຸກຄົນໄດ້ຕ້ອນຮັບບຸນເຕັດ”.

        ໃນວັນດຽວກັນ, ຄະນະຊາວໜຸ່ມນະຄອນດ່າໜັງ ໄດ້ຈັດລາຍການ “ສ້າງຄວາມອົບອຸ່ນແກ່ນ້ອງໃນລະດູໜາວ - ບຸນເຕັດແຫ່ງຄວາມຮັກແພງ” ຢູ່ຕາແສງ ເຟືອກແຈ໊ງ, ເມືອງເຟຶອກເຊີນ, ແຂວງ ກວ໋າງນາມ. ຄະນະຊາວໜຸ່ມ ນະຄອນດ່າໜັງ ໄດ້ມອບຂອງຂວັນບຸນເຕັດຈຳນວນ 200 ພູດ ພ້ອມດ້ວຍເສື້ອກັນໜາວ, ອຸປະກອນການຮຽນ, ທຶນການສຶກສາ ແລະ ມອບ - ຮັບກິດຈະກຳ ຕູ້ປຶ້ມເຍົາວະຊົນ - ອະນຸຊົນ ໃຫ້ແກ່ໂຮງຮຽນປະຖົມຕາແສງ ແຈ໊ງກົງ ແລະ ໂຮງຮຽນມັດທະຍົມຊົນເຜົ່າກິນນອນເຟືອກເຊີນ.

ໂດຍສືບຕໍ່ລາຍການເຄື່ອນໄຫວ, ວັນທີ 14 ມັງກອນ, ຄະນະປະຕິບັດງານຂອງສະພາແຫ່ງຊາດ, ໂດຍທ່ານພົນໂທ ເຈິ່ນກວາງເຟືອງ ນຳໜ້າ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກ, ອວຍພອນກຳລັງຕຳຫຼວດກອງບັນຊາການຕຳຫຼວດເຄື່ອນທີ່ ຕາເວັນຕົກພາກໃຕ້ ແລະ ກອງພັນນ້ອຍການຖະແຫຼງຂ່າວ ເລກທີ 29, ທະຫານເຂດ 9 ຢູ່ ນະຄອນ ເກີ່ນເທີ.

        ສ່ວນຄະນະປະຕິບັດງານຂອງກຳມາທິການຊົນເຜົ່າ ໄດ້ໄປຢ້ຽມຢາມ, ອວຍພອນພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍຢູ່ຕາແສງ ຝຸກຄວາ ແລະ ເມື່ອງຄວາ, ເມືອງ ທານອວຽນ (ລາຍເຈົາ) ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຂອງ ຫວຽດນາມ.

(ແຫຼ່ງຄັດຈາກ VOV)


ສົ່ງສານກ່ຽວກັບ ຫວຽດນາມ ພວມກ້າວເຂົ້າສູ່ສັງກາດພັດທະນາໃໝ່

ສົ່ງສານກ່ຽວກັບ ຫວຽດນາມ ພວມກ້າວເຂົ້າສູ່ສັງກາດພັດທະນາໃໝ່

ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຄັ້ງທີ 81, ໃນສະພາບການທີ່ ຫວຽດນາມ ແລະ ສະຫະປະຊາຊາດ ມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນ

Top