• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເສັງ​ບັນ​ລະ​ຍ​າຍ​ດ້ວຍ ພາ​ສາ​ຫວຽດ​ ໃຫ້​ແກ່​ນັກ​ຮຽນ​ລາວ​ທີ່ ສຶກ​ສາ​ຢູ່ ຫວຽດ​ນາມ ປີ 2019

ຕອນເຊົ້າວັນທີ 11 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງການສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ສົມທົບກັບສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ຈັດຕັ້ງຮອບຄັດເລືອກການເສັງບັນລະຍາຍດ້ວຍ ພາສາຫວຽດ ໃຫ້ແກ່ນັກສຶກສາລາວພວມຮຽນຢູ່ ຫວຽດນາມ ສົກປີ 2019 - ເຂດທາງພາກເໜືອ ຢູ່ມະຫາວິທະຍາໄລ ຊົນລະປະທານ.

ທ່ານຟ້າມກວາງຮຶງ, ຫົວໜ້າກົມຮ່ວມມືສາກົນ, ກະຊວງການສຶກສາ ແລະ ບຳລຸງສ້າງ, ກຳມະການຜູ້ປະຈຳການຄະນະຊີ້ນຳການເສັງກ່າວຄຳເຫັນທີ່ການເສັງ 

ການເສັງບັນລະຍາຍດ້ວຍຫົວຂໍ້ວ່າ “ ຂ້ອຍຮັກປະເທດຫວຽດນາມ”, ການເສັງຄັ້ງນີ້ດ້ວຍຈຸດປະສົງແມ່ນສົ່ງເສີມພວກນ້ອງນັກຮຽນລາວແບ່ງປັນຄວາມຮູ້ຄວາມເຂົ້າໃຈກ່ຽວກັບປະເທດຊາດ, ຊາວຫວຽດນາມ ແລະ ວັດທະນະທຳ ຫວຽດນາມ, ບັນດາອະນຸສອນໃນການດຳລົງຊີວິດ, ການຮ່ຳຮຽນ ແລະ ດຳເນີນຊີວິດ ຢູ່ ຫວຽດນາມ. ກ່າວຄຳເຫັນທີ່ພິທີໄຂ, ທ່ານຟ້າມກວາງຮຶງ, ຫົວໜ້າກົມຮ່ວມມືສາກົນ, ກະຊວງການສຶກສາ ແລະ ບຳລຸງສ້າງ, ກຳມະການຜູ້ປະຈຳການຄະນະຊີ້ນຳການເສັງໃຫ້ຮູ້ວ່າ:

        ຂ້າພະເຈົ້າເຊື່ອໝັ້ນວ່າ “ຜ່ານການເສັງບັນລະຍາຍຄັ້ງນີ້, ນັກສຶກສາລາວທຸກຄົນຈະບໍ່ພຽງແຕ່ມີຄວາມດຶງດູດໃຈຢາກຮຽນພາສາຫວຽດເທົ່ານັ້ນ, ຫາກຍັງ ແມ່ນ ໂອກາດເພື່ອໃຫ້ພວກເພື່ອນເຂົ້າໃຈ, ຮັກປະເທດຊາດ, ວັດທະນະທຳ ແລະ ຊາວ ຫວຽດນາມຕື່ມອີກ”. ຂ້າພະເຈົ້າຫວັງວ່າ ບັນດາທິມແຂ່ງຂັນທັງໝົດຈະສະແດງໃຫ້ເຫັນກຳລັງຄວາມສາມາດຂອງຕົນຢ່າງສຸດຂີດດ້ວຍບັນດາຄຸນຄ່າດ້ານຈິດໃຈທີ່ ສອງປະເທດຮ່ວມແຮງຮ່ວມໃຈກັນກໍ່ສ້າງ ແລະ ເພີ່ມພູນຄູນສ້າງ, ການເສັງນີ້ແນ່ນອນວ່າ ຈະແຜ່ຂະຫຍາຍຢ່າງເລິກເຊິ່ງກ້ວາງແຂວງ ແລະ ອາດເຂົ້າໃຈວ່າ ພວກເຮົາທຸກໆຄົນລ້ວນແຕ່ເປັນຜູ້ຊະນະ.

        ການເສັງຮອບຄັດເລືອກໄດ້ຈັດຕັ້ງຢູ່ 3 ພາກ ໃນເດືອນຕຸລານີ້, ພາກເໜືອ (ຢູ່ຮ່າໂນ້ຍ ແມ່ນວັນທີ 11 ຕຸລາ ຢູ່ ມະຫາວິທະຍາໄລຊົນລະປະທານ), ພາກກາງ ແມ່ນວັນທີ 18 ຕຸລາ ຢູ່ ມະຫາວິທະຍາໄລ ສ້າງຄູ - ມະຫາວິທະຍາໄລເຫ້ວ, ພາກໃຕ້ ແມ່ນໃນວັນທີ 25 ຕຸລາ ຢູ່ ມະຫາວິທະນາໄລສ້າງຄູນະຄອນໂຮ່ຈີມິນ. ການເສັງຮອບຊີງຊະນະເລີດຈະໄດ້ດຳເນີນໃນວັນທີ 8 ພະຈິກຢູ່ມະຫາວິທະຍາໄລ ທ້າຍງວຽນ.

(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຈີ​ຢຸງ: ຫວຽດ​ນາມ ສະ​ແດງ​ຄວາມ​​ຍິນ​ດີ​​ຕໍ່​ວິ​ສາ​ຫະ​ກິດ​ລົງ​ທຶນ​ພັດ​ທະ​ນາ​ຕົວ​ເມືອງ​ອັດ​ສະ​ລິ​ຍະ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຈີ​ຢຸງ: ຫວຽດ​ນາມ ສະ​ແດງ​ຄວາມ​​ຍິນ​ດີ​​ຕໍ່​ວິ​ສາ​ຫະ​ກິດ​ລົງ​ທຶນ​ພັດ​ທະ​ນາ​ຕົວ​ເມືອງ​ອັດ​ສະ​ລິ​ຍະ

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ສະແດງຄວາມຍິນດີຕໍ່ບັນດາວິສາຫະກິດທີ່ມີຄວາມສົນໃຈ ແລະ ມີແຜນການລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ, ພິເສດແມ່ນໃນຂົງເຂດພັດທະນາຕົວເມືອງອັດສະລິຍະ.

Top