• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ 2020: ຜູ້​ສະ​ໝັກ​ເລືອກ​ຕັ້ງ 2 ທ່ານ​ເພີ່ມ​ຄວາມ​ໄວ​ໃນ​ການ​ແຂ່ງ​ຂັນ ​ເລືອກ​ຕັ້ງ

ໃນ 2 ມື້ສຸດທ້າຍ ກ່ອນທີ່ຈະເຂົ້າຮ່ວມການເລືອກຕັ້ງ ປະທານາທິບໍດີ ທີ່ຈະດຳເນີນໃນວັນທີ 3 ພະຈິກ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ດຳເນີນບັ້ນຫາສຽງເລືອກຕັ້ງ 10 ຄັ້ງ ໃນຂະນະທີ່ ທ່ານ Joe Biden ຜູ້ສະໝັກເລືອກຕັ້ງຂອງ ພັກປະຊາທິປະໄຕ ໄດ້ສຸມໃສ່ເຂົ້າລັດ Pennsylvania.

 ປະທານາທິບໍດີ ອາເມລິກາ Donald trump ຂົນຂວາຍຫາສຽງເລືອກຕັ້ງ ຢູ່ Green Bay, ລັດ Wisconsin ວັນທີ 30 ຕຸລາ 2020 (ພາບ: USA TODAY/TTXVN)

ແຈ້ງການໃນວັນທີ 2 ພະຈິກໃຫ້ຮູ້ວ່າ: ທ່ານ Donald Trump ໄດ້ປະຕິບັດ ບັ້ນຫາສຽງເລືອກຕັ້ງ 5 ຄັ້ງ ຢູ່ 5 ລັດທີ່ແຕກຕ່າງກັນໃນວັນອາທິດ ຄື: Macomb County (ລັດ Michigan), Dubuque (ລັດ Iowa), Hickory (ລັດ North Carolina), Rome (ລັດ Georgia) ແລະ Opa-locka (ລັດ Florida). ທ່ານ Mike Pence ຜູ້ສະໝັກເລືອກຕັ້ງ ຕຳແໜ່ງຮອງປະທານາທິບໍດີ ອາເມລິກາ ໄດ້ດຳເນີນບັ້ນຫາສຽງເລືອກຕັ້ງຢູ່ North Carolina  ເປັນເວລາ 2 ມື້ຢ່າງລຽນຕິດ, ເຊິ່ງເປັນບ່ອນທີ່ທ່ານໄດ້ເຂົ້າຮ່ວມພິທີໜຶ່ງຢູ່ໂບດ ພ້ອມກັບຄຸນພໍ່ Franklin Graham ຢູ່ Boone ໃນວັນອາທິດ.

ສ່ວນທ່ານ Joe Biden ໄດ້ຜັນຂະຫຍາຍບັ້ນຫາສຽງເລືອກຕັ້ງ ຢູ່ Pennsylvania. ຕາມແຜນການແລ້ວ, ຜູ້ສະໝັກເລືອກຕັ້ງ ຂອງພັກປະຊາທິປະໄຕຈະມີບັນດາບົດກ່າວປາໄສຫາສຽງເລືອກຕັ້ງ ຢູ່ Philadelphia. ສ່ວນຜູ້ສະໝັກເລືອກຕັ້ງຮອງປະທານາທິບໍດີ Kamala Harris ໄດ້ດຳເນີນບັນດາບັ້ນຫາສຽງເລືອກຕັ້ງ ຢູ່ Gwinnett (ລັດ Georgia) ແລະ Fayetteville ( ລັດ North Carolina) ໃນວັນທີ 2 ພະຈິກນີ້.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top