ຂ່າວສານ
ການນຳພັກ, ລັດເຂົ້າສຸສານໄວ້ອາໄລປະທານໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນຊາດ ຫວຽດນາມວັນທີ 2 ກັນຍາ

ການນຳ ຫວຽດນາມເຂົ້າສຸສານໄວ້ອາໄລປະທານໂຮ່ຈີມິນ ຢູ່ຮ່າໂນ້ຍ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ທ່ານ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທັງເມິນ ເຂົ້າຮ່ວມພິທີໄວ້ອາໄລ.
ເຂົ້າຮ່ວມພິທີຍັງມີ: ທ່ານ ນົງດຶກແມ້ງ ອະດີດເລຂາທິການໃຫຍ່, ທ່ານ ເຈິນດຶກເລຶອງ ອະດີດປະທານປະເທດ, ທ່ານ ຫງວຽນຊິງຮຸ່ງ ອະດີດປະທານສະພາແຫ່ງຊາດພ້ອມດ້ວຍບັນດາການນຳ, ອະດີດການນຳພັກ, ລັດ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຮອງປະທານປະເທດ, ຮອງປະທານສະພາແຫ່ງຊາດ, ຮອງນາຍົກລັດຖະມົນຕີ, ບັນດາພະນັກງານປະຕິວັດຜູ້ອາວຸໂສ ແລະ ການນຳບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ.
ຫຼັງຈາກນັ້ນ, ຄະນະຜູ້ແທນກໍ່ໄດ້ໄປວາງພວງມາລາໄວ້ອາໄລບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ອະນຸສາວະລີນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ຖະໜົນບັກເຊີນ, ຮ່າໂນ້ຍ.
(ແຫຼ່ງຄັດຈາກ VOV)