• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການແຂ່ງຂັນຊອກຮູ້ວັດທະນະທຳລາວ - ຂົວຕໍ່ລະຫວ່າງນັກສຶກສາສອງປະເທດຫວຽດນາມແລະລາວ

      ການແຂ່ງຂັນ “ຊອກຮູ້ວັດທະນະທຳລາວ” ຄັ້ງທີຫນຶ່ງໂດຍສະໂມສອນວັດທະນະທຳລາວສັງກັດສະຖາບັນການພົວພັນຕ່າງປະເທດ ຈັດຕັ້ງໄດ້ດຳເນີນໄປໃນຕົ້ນເດືອນເມສາຜ່ານມາ. ນີ້ແມ່ນສະຖານທີ່ເພື່ອໃຫ້ບັນດານັກສຶກສາຫວຽດນາມ ແລະ ນັກສຶກສາລາວທີ່ພວມຮ່ຳຮຽນຢູ່ ບັນດາມະຫາວິທະຍາໄລ ຢູ່ ນະຄອນ ຮ່າໂນ້ຍພົວພັນແລກປ່ຽນນຳກັນ. ນະທີ່ນີ້, ບັນດານັກສຶກສາສອງປະເທດ ມີໂອກາດໄດ້ພົບປະແລກປ່ຽນ, ຖອດຖອນບົດຮຽນນຳກັນ, ຊອກຮູ້ກ່ຽວກັບບັນດາວາດຟ້ອນ, ຮີດຄອງປະເພນີຂອງປະເທດລາວທີ່ສວຍງາມ, ປະກອບສ່ວນເພີ່ມຄວາມເຂົ້າອົກເຂົ້າໃຈ ແລະ ນ້ຳໃຈສາມັກຄີລະຫວ່າງລຸ້ນຫນຸ່ມສອງປະເທດ. 

ບັນດາຜູ້ເຂົ້າຮ່ວມການເສັງ
      “ສຳລັບຊາວຫວຽດນາມແລ້ວ, ພິທີບາສີສູ່ຂວັນແມ່ນພິທີກຳທີ່ໃຫມ່ອ່ຽມ, ແຕ່ສຳລັບຄົນລາວແລ້ວ, ພິທີບາສີສູ່ຂວັນແມ່ນມີຄວາມໝາຍສຳຄັນ. ເມື່ອເວົ້າເຖິງບຸນປີໃຫມ່ຂອງລາວ, ສິ່ງທີ່ຂາດບໍ່ໄດ້ໃນໂອກາດນີ້ແມ່ນພິທີບາສີສູ່ຂວັນ. ນີ້ແມ່ນພິທີກຳທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ ແລະ ມີຄວາມໝາຍທີ່ສຸດສຳລັບປະຊາຊົນປະເທດລ້ານຊ້າງ.”
        ຢູ່ຫໍປະຊຸມສະຖາບັນການພົວພັນຕ່າງປະເທດ, ມີ ນັກສຶກສາ 150 ຄົນທີ່ມາຈາກສະຖາບັນການພົວພັນຕ່າງປະເທດແລະມະຫາວິທະຍາໄລອື່ນຈຳນວນຫນຶ່ງຢູ່ ຮ່າໂນ້ຍ. ບົນເວທີ, ມີ 5 ກຸ່ມນັກສຶກສາໄດ້ຮັບການຄັດເລືອກເຂົ້າຮອບຊີງຊະນະເລີດໃນການແຂ່ງຂັນ “ຊອກຮູ້ກ່ຽວກັບວັດທະນະທຳລາວ” ພວມແຂ່ງຂັນຢ່າງຄຶກຄື້ນ. ນາງຫງວຽນມີນຖູຍ, ນັກສຶກສາປີທີ 3 ສະຖາບັນການພົວພັນຕ່າງປະເທດ, ສະມາຊິກ ກຸ່ມ Royal ໃນຊຸດອາພອນປະຈຳຊາດຂອງລາວພວມຈັບຝ້າຍສີຂາວມັດແຂນໃຫ້ເພື່ອນສອງຄົນ. ເຢືອງເງິນຮ່າ ແລະ ໄຊຍະວົງ ກໍ່ນຸ່ງຊຸດອາພອນປະຈຳຊາດຂອງລາວ ໄດ້ຍໍມືນົບ, ກົ້ມຫົວລົງ ແລະ ເດຂຽນໃຫ້ເພື່ອນມັດໃຫ້. ບັນດາ ນັກສຶກສາພວມວາດພາບຄືນພິທີບາສີສູ່ຂວັນ ຊື່ງແມ່ນພິທີທີ່ຂາດບໍ່ໄດ້ໃນບຸນປີໃຫມ່ລາວ ແມ່ນຄ້າຍຄືກັບບຸນສົງການຂອງໄທ, Chol Chnam Thmay  ຂອງກຳປູເຈຍ ແລະ Idul Fitri  ຂອງອິນໂດເນເຊຍ. ເພື່ອເຂົ້າຮ່ວມຮອບຊີງຊະນະເລີດນີ້, ຫງວຽນມີນຖູຍ ພ້ອມກັບໝູ່ເພື່ອນຂອງຕົນໄດ້ກະກຽມມາເປັນເວລາກວ່າເດືອນຫນຶ່ງເພື່ອກຽມຊຸດອາພອນ, ນຶກຄິດເຖິງຫົວຂໍ້ ແລະ ຊອກຫາບັນດາເອກະສານຮັບໃຊ້ການແຂ່ງຂັນຄັ້ງນີ້. ເພື່ອນ ຫງວຽນມີງຖູຍ, ຫົວຫນ້າກຸ່ມ Royal ໃຫ້ຮູ້ວ່າ:
        “ເພື່ອຊອກໄດ້ບັນດາເອກະສານຮັບໃຊ້ຮອບຊີງຊະນະເລີດ, ພວກນ້ອງ ໄດ້ຊອກຫາຂໍ້ມູນຂ່າວຜ່ານ ອິນເຕີແນັດ, ປື້ມ ແລະ ຈາກອ້າຍເອື້ອຍນັກສຶກສາ ລາວ. ນີ້ບໍ່ພຽງແຕ່ແມ່ນໄຊຊະນະຂອງສະເພາະພວກນ້ອງເທົ່ານັ້ນ ຫາກຍັງແມ່ນຂອງອ້າຍເອື້ອຍນັກສຶກສາລາວທີ່ໄດ້ໃຫ້ການຊ່ວຍເຫລືອພວກນ້ອງ ອີກດ້ວຍ.”
        ລາຍການຂອງບັນດານັກສຶກສາຫວຽດນາມ ໄດ້ສ້າງຄວາມປະທັບໃຈ ແລະ ສ້າງຄວາມຕື້ນຕັນໃຈເປັນພິເສດຕໍ່ນັກສຶກສາລາວ.
ຢູ່ເທິງເວທີສະແດງ ມີໄຫເຮັດດ້ວຍເຈ້ຍຫລາຍຫນ່ວຍ. ມີໄຫບາງຫນ່ວຍຂະຫນາດໃຫຍ່ເທົ່າກັບໄຫຫີນແທ້. ຄຽງຂ້າງແມ່ນຊຸດກະດຸກ 2, 3 ຊຸດ. ເມື່ອມອດໄຟແສງສີ, ລາຍການສະແດງຂອງກຸ່ມ LGT ຍິ່ງເລິກລັບກວ່າ.
        “ທົ່ງໄຫຫີນແມ່ນສິ່ງທີ່ເລິກລັບ ແລະ ຄົງຕົວນັບພັນປີມາແລ້ວ. ທົ່ງໄຫຫີນ ແມ່ນສະຖານທີ່ມີຊື່ສຽງຂອງປະເທດລ້ານຊ້າງ, ມີໄຫຫີນນັບພັນຫນ່ວຍ ຕັ້ງຢູ່ກະແຈກກະຈາຍຢູ່ແຂວງ ຊຽງຂວາງ ຊື່ງຕິດກັບແຂວງ ເງ້ອານ”
ເພື່ອນ ຫງວຽນແທງນາມ ຫນຶ່ງໃນຈຳນວນ ສະມາຊິກ 3 ຄົນຂອງກຸ່ມ LGT ໄດ້ອະທິບາຍກ່ຽວກັບສາຍເຫດເລືອກເຟັ້ນຫົວຂໍ້ນີ້ວ່າ:
        “ເມື່ອເລືອກເຟັ້ນຫົວຂໍ້ເຂົ້າຮ່ວມການແຂ່ງຂັນ, ພວກນ້ອງຄິດເຖິງທົ່ງໄຫຫີນ ເພາະປູຊະນີຍະສະຖານແຫ່ງນີ້ແມ່ນຕິດພັນກັບການພົວພັນລະຫວ່າງສອງປະເທດ ຫວຽດນາມ ແລະລາວ. ຢູ່ແຫ່ງນີ້ ໄດ້ດຳເນີນບັນດາການສູ້ຮົບຊື່ງກອງທັບຫວຽດນາມ ໄດ້ຮຽງບ່າຮຽງໄຫລ່ພ້ອມກັບປະຊາຊົນ ລາວ ຕໍ່ສູ້ຕ້ານຈັກກະພັດ ອາເມລິກາ. ຜ່ານລາຍການ, ພວກນ້ອງຢາກສົ່ງສານເຖິງເພື່ອນຫນຸ່ມສອງປະເທດ ຕ້ອງມີຄວາມເຄົາລົບບັນດາຄຸນຄ່າປະຫວັດສາດ ຊື່ງຄົນລຸ້ນກ່ອນປະໄວ້, ພະຍາຍາມຊອກຮູ້ເພື່ອໂຄສະນາພາບພົດຂອງສອງປະເທດເຖິງເພື່ອນມິດສາກົນ”.
 
ການສະແດງສິລະປະທີ່ລາຍການ
      ນອກຈາກບັນດາລາຍການແຂ່ງຂັນ ແມ່ນລາຍການສະແດງສິລະປະ, ເດີນແບບຊຸດອາພອນປະຈຳເຜົ່າຈຳນວນຫນຶ່ງຂອງລາວ ໂດຍນັກສຶກສາລາວ ແລະ ນັກສຶກສາຫວຽດນາມ ຢູ່ສະຖາບັນການພົວພັນຕ່າງປະເທດສະແດງ ໄດ້ສ້າງຄວາມປະທັບໃຈຕໍ່ຜູ້ເຂົ້າຮ່ວມ. ປອ ຂະແຫນງວັດທະນະທຳ ຜາດອນ ອີນສະແຫວງ, ຫນຶ່ງໃນສະມາຊິກຄະນະກຳມະການກວດສອບ 3 ຄົນມີຄວາມເພິ່ງພໍໃຈຕໍ່ບັນດາລາຍການແຂ່ງຂັນໃນຮອບຊີງຊະນະເລີດນີ້ທີ່ສຸດ.
      ຮອດ  9 ໂມງຕອນຄ່ຳ, ພາຍຫລັງການແຂ່ງຂັນ “ຊອກຮູ້ກ່ຽວກັບວັດທະນະທຳ ລາວ” ມາເປັນເວລາກວ່າ 2 ຊົ່ວໂມງກໍ່ໄດ້ໄດ້ອັດລົງ. ໃນ 5 ກຸ່ມທີ່ເຂົ້າຮ່ວມຮອບຊີງຊະນະເລີດ, ກອງ Royal ຍາດໄດ້ລາງວັນທີຫນຶ່ງ ດ້ວຍລາຍການ “ບາສີສູ່ຂວັນ”. ສ່ວນລາຍການ “ທົ່ງໄຫຫີນ” ຂອງກອງ LGT ຍາດໄດ້ລາງວັນທີສອງ. ລາງວັນທີ 3 ແມ່ນຂຶ້ນກັບ ກອງດວງພະຈັນ ແລະ ລາງວັນຊົມເຊີຍ 2 ລາງວັນ ແມ່ນຂຶ້ນກັບກຸ່ມ  NFC ແລະ ກຸ່ມ Casipeia. ບັນຍາກາດເບີກບານມ່ວນຊື່ນ, ໄປດ້ວຍສຽງຫົວສຽງຕົບມືຊົມເຊີຍ, ຊໍ່ດອກໄມ້ທີ່ງາມຕາຊື່ງບັນດານັກສຶກສາຫວຽດນາມ ແລະ ລາວມອບໃຫ້ກັນ ແມ່ນ ສະແດງໃຫ້ເຫັນຄວາມສາມັກຄີຮັກແພງກັນໃນຄົນລຸ້ນຫນຸ່ມສອງປະເທດ. 
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top