• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຕ່າງໆ ເພື່ອສະເຫຼີມສະຫຼອງ 71 ປີ ແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ

ວັນທີ 15 ກໍລະກົດ, ຢູ່ເມືອງຟຸກທໍ້, ນະຄອນຮ່າໂນ້ຍ, ຄະນະຊາວໜຸ່ມກອງທັບ ເປັນປະທານ ແລະ ສົມທົບກັບ ກົມການເມືອງກອງບັນຊານະຄອນຮ່າໂນ້ຍ, ໂຮງໝໍເສນາຮັກ 105 ( ກົມໃຫຍ່່ພະລາທິການ) ແລະ ບໍລິສັດໃຫຍ່ເສດຖະກິດເຕັກນິກ ອຸດສາຫະກໍາປ້ອງກັນປະເທດ ໄດ້ຈັດຕັ້ງ ພິທີປຸກລະດົມການເຄື່ອນໄຫວຕອບບຸນແທນຄຸນ ແລະ ນະໂຍບາຍສັງຄົມຂອງໄວໜຸ່ມກອງທັບ ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/07/1947 – 27/07/2018).

ຄະນະຊາວໜຸ່ມທົ່ວກອງທັບ ແລະ ບໍລິສັດໃຫຍ່ເສດຖະກິດເຕັກນິກ ອຸດສາຫະກໍາປ້ອງກັນປະເທດ ມອບເຮືອນ 02 ຫຼັງ ໃຫ້ 02 ຄອບຄົວເປົ້າໝາຍນະໂຍບາຍ
ທ່ານພັນໂທ ດິງກັວກຮຸ່ງ, ຫົວໜ້າຄະນະຊາວໜຸ່ມກອງທັບ, ໃຫ້ຮູ້ວ່າ ເນື່ອງໃນໂອກາດນີ້, ຄະນະຊາວໜຸ່ມທົ່ວກອງທັບ ໄດ້ ແລະ ພວມສົມທົບກັນຈັດຕັ້ງ “ຂະບວນການຈາລຶກບຸນຄຸນ”  ດ້ວຍບັນດາການເຄື່ອນໄຫວໜູນຊ່ວຍສັງຄົມ, ການຕອບບຸນແທນຄຸນໃນທົ່ວປະເທດ. ບັນດາການກະທໍາລະອຽດ, ແທດຈິງໃນ “ຂະບວນການຈາລຶກບຸນຄຸນ” ຂອງໄວໜຸ່ມກອງທັບປີ ນີ້ ລວມມີ: ການຢ້ຽມຢາມຖາມຂ່າວ, ປຸກລະດົມ, ມອບອຸປະກອນຮັບໃຊ້ການຜະລິດ ແລະ ເຄື່ອງໃຊ້ສອຍ, ມອບປຶ້ມເງິນຝາກປະຢັດ, ມອບຂອງຂວັນ, ຊ່ວຍເຫຼືອສ້ອມແປງ, ກໍ່ສ້າງເຮືອນ, ມອບເຮືອນ, ເຂົ້າຮ່ວມການເບິ່ງແຍງດູແລ, ຈັດຕັ້ງການກວດພະຍາດ, ໃຫ້ຄໍາປຶກສາກ່ຽວກັບສຸຂະພາບ, ແຈກຢາຍຢຸກຢາ ໂດຍບໍ່ເສຍຄ່າ ໃຫ້ບັນດາເປົ້າໝາຍນະໂຍບາຍ ແລະ ປະຊາຊົນທ້ອງຖິ່ນ.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top