• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຕ່າງໆຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢູ່ສິງກະໂປ

      ຕອນບ່າຍວັນທີ 13 ພະຈິກ, ພາຍຫຼັງເດີນທາງຮອດສິງກະໂປ ເລີ່ມຕົ້ນການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 33 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ ໄດ້ເຂົ້າຮ່ວມພິທີເປີດສັບປະດາສິນຄ້າຫວຽດນາມ ຢູ່ສິງກະໂປ. 
ເຫດການດັ່ງກ່າວດໍາເນີນໄປແຕ່ວັນທີ  13 - 25 ພະຈິກ ໂດຍມີການສົມທົບກັນຈັດຕັ້ງຂອງ Frairprice, ເຊິ່ງເປັນກຸ່ມບໍລິສັດນໍາສິນຄ້າຂອງຫວຽດນາມ ເຂົ້າລະບົບ 146 ຮ້ານສັບພະສິນຄ້າ ຂອງກຸ່ມບໍລິສັດຢູ່ສິງກະໂປ ໃນສັບປະດາສິນຄ້າຫວຽດນາມ ຢູ່ສິງກະໂປ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິນ ຕັດແທບຜ້າເປີດສັບປະດາສິນຄ້າຫວຽດນາມ ຢູ່ສິງກະໂປ (ພາບ: TTXVN)
      ເຫດການນີ້ ເພື່ອແນໃສ່ໂຄສະນາຜະລິດຕະພັນກະເສດ, ສິນໃນນໍ້າ, ເຄື່ອງໃຊ້ສອຍ ນັບຮ້ອຍໆປະເພດ ໂດຍແມ່ນເຄື່ອງໝາຍການຄ້າຫວຽດນາມ ມາໃຫ້ຜູ້ບໍລິໂພກອຸປະໂພກສິງກະໂປ ແລະ ແຂກສາກົນ. ພິເສດ, ໃນໄລຍະດໍາເນີນກອງປະຊຸມສຸດຍອດອາຊຽນຄັ້ງທີີ 33 ຢູ່ສິງກະໂປ ແຕ່ວັນທີີ 13 – 15 ພະຈິກ 2018.
        ຕອນບ່າຍວັນດຽວກັນ, ໃນຂອບເຂດການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 33, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Neil  McGregor, ປະທານທັງເປັນຜູ້ອໍານວຍການຝ່າຍບໍລິຫານ ກຸ່ມບໍລິສັດ ອຸດສາຫະກໍາ    Sembcorp ແມ່ນໜຶ່ງໃນບັນດາວິສາຫະກິດນໍາໜ້າໃນການລົງທຶນຢູ່ຫວຽດນາມ ດ້ວຍ 9 ເຂດອຸດສາຫະກໍາ ຫວຽດນາມ - ສິງກະໂປ (VSIP) ປັດຈຸບັນ ພວມສ້າງວຽກເຮັດງານທໍາໃຫ້ແກ່ຄົນງານ 200.000 ຄົນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Neil  McGregor, ປະທານທັງເປັນຜູ້ອໍານວຍການຝ່າຍບໍລິຫານ ກຸ່ມບໍລິສັດ ອຸດສາຫະກໍາ    Sembcorp (ພາບ: Quang Hieu/VGP)
      ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາຢາກ ກຸ່ມບໍລິສັດຍູ້ໄວບັນດາໂຄງການ VSIP  ຢູ່ທາງທິດເໜືອພາກໃຕ້ ແລະ ເຂດໄຕງວຽນ ແລະ ຍູ້ໄວຄວາມຄືບໜ້າຜັນຂະຫຍາຍບັນດາໂຄງການລົງທຶນເຂົ້າຂົງເຂດພະລັງງານສະອາດຢູ່ຫວຽດນາມ. 
        ສ່່ວນທ່ານ Neil  McGregor ໃຫ້ຮູ້ວ່າ ກຸ່ມບໍລິສັດ ໄດ້ໄປສໍາຫຼວດບາງສະຖານທີ່ໃໝ່ຢູ່ຫວຽດນາມ ເພື່ອເປີດກວ້າງບັນດາເຂດ VSIP ຕື່ມອີກ. ນອກນັ້ນ, ກຸ່ມບໍລິສັດພວມຊຸກຍູ້ການລົງທຶນ ຢູ່ຫວຽດນາມ ໃນຂົງເຂດພະລັງງານ ແລະ ເຮັດວຽກກັບກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ເພື່ອຜັນຂະຫຍາຍບັນດາໂຄງການນີ້.
 (ແຫຼ່ງຄັດຈາກ VOV)
 

ອາ​ເມ​ລິ​ກາ - ເວ​ເນ​ຊູ​ເອ​ລາ ປຶກ​ສາ​ຫາ​ລື​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ການ​ສົ່ງ​ອອກ​ນ້ຳ​ມັນ​ດິບ

ອາ​ເມ​ລິ​ກາ - ເວ​ເນ​ຊູ​ເອ​ລາ ປຶກ​ສາ​ຫາ​ລື​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ການ​ສົ່ງ​ອອກ​ນ້ຳ​ມັນ​ດິບ

ຫວ່າງມໍ່ໆມານີ້, ສື່ມວນຊົນ ອາເມລິກາ ໄດ້ໃຫ້ຂ່າວວ່າ, ບັນດາເຈົ້າໜ້າທີ່ ເວເນຊູເອລາ ແລະ ອາເມລິກາ ພວມປຶກສາຫາລືກ່ຽວກັບຄວາມສາມາດເຊື່ອມຕໍ່ການສົ່ງອອກນ້ຳມັນດິບຂອງປະເທດນີ້ໄປຍັງ ອາເມລິກາ.

Top