• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຂອງປະທານາທິບໍດິ ອິນເດຍ Ram Nath Kovind ຢູ່ດາໜັງ

ຕອນຄ່ຳວັນທີ 18 ພະຈິກ, ທີ່ນະຄອນດາໜັງ, ທ່ານເລຂາຄະນະພັກນະຄອນດາໜັງ ເຈືອງກວາງເຫງຍ  ໄດ້ເຂົ້າຢ້ຽມຄຳນັບ ທ່ານ ປະທານາທິບໍດິ ອິນເດຍ Ram Nath Kovind ທີ່ກຳລັງຢ້ຽມຢາມລັດຖະກິດ ຢູ່ຫວຽດນາມ ຕາມຄຳເຊື້ອເຊີນຂອງທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ.

(ການເຄື່ອນໄຫວຂອງປະທານາທິບໍດິ ອິນເດຍ Ram Nath Kovind ຢູ່ດາໜັງ)
ທີ່ການເຂົ້າຢ້ຽມຄຳນັບ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການພົວພັນຮ່ວມມື ລະຫວ່າງ ນະຄອນດາໜັງ ແລະ ບັນດາທ້ອງຖິ່ນຂອງ ອິນເດຍ. ໃນຊຸມປີຜ່ານມາ, ດາໜັງໄດ້ຕ້ອນຮັບຄະນະຜູ້ແທນເຈົ້າຄອງນະຄອນ, ບັນດາສະຫະສະມາຄົມ, ກຳປັ່ນຮົບຂອງ ອິນເດຍ ຫຼາຍຄະນະ. ໃນ 9 ເດືອນຕົ້ນປີ 2018, ວົງເງິນການສົ່ງອອກຈາກ ດາໜັງ ໄປຍັງ ອິນເດຍ ຄາດວ່າບັນລຸ 1,5 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017. ໄລຍະຜ່ານມາ, ນະຄອນດາໜັງໄດ້ສົມທົບກັບສະຖານທູດອິນເດຍ ປະຈຳ ຫວຽດນາມ ແລະ ສະຖານກົງສູນໃຫຍ່ອິນເດຍ ປະຈຳນະຄອນ ໂຮ່ຈີມິນ ຈັດບັນດາລາຍການແລກປ່ຽນວັດທະນະທຳ, ສະແດງສິລະປະວັນນະຄະດີ ຢູ່ ດາໜັງ.  
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top