• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຮ່ວມມືລະຫວ່າງສອງອົງການ ແນວໂຮມຫວຽດນາມ - ລາວ ນັບມື້ນັບແທດຈິງ, ມີປະສິດທິຜົນ

      ວັນທີ 5 ກັນຍາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນແທງເໝິນ, ເລຂາສູນກາງພັກ, ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ໄຊສົມພອນ ພົມວິຫານ, ປະທານຄະນະກໍາມະການສູນກາງແນວລາວສ້າງຊາດ, ເນື່ອງໃນໂອກາດທ່ານມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.


ຜູ້ແທນອົງການແນວໂຮມສອງປະເທດຫວຽດນາມ - ລາວ ຖ່າຍຮູບເປັນທີ່ລະນຶກ
(ພາບ: vov.vn)
             ທ່ານ ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດ ເຈິ່ນແທງເໝິນ ໄດ້ສະແດງຄວາມປິຕິຊົມຊື່ນ ຕໍ່ບັນດາບາດກ້າວພັດທະນາໃໝ່ຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ, ການພົວພັນຮ່ວມມືລະຫວ່າງສອງອົງການ ແນວໂຮມ ນັບມື້ນັບແທດຈິງ, ມີປະສິດທິຜົນ. ພິເສດແມ່ນ ເລື່ອງສອງຝ່າຍຜັນຂະຫຍາຍບົດບັນທຶກຊ່ວຍຈໍາ ໂຄງການຮ່ວມມື ແລະ ແຈ້ງການຮ່ວມລະຫວ່າງແນວໂຮມປະເທດຊາດຫວຽດນາມ ແລະ ແນວລາວສ້າງຊາດ ຢູ່ກອງປະຊຸມສາກົນ ກ່ຽວກັບການກໍ່ສ້າງເສັ້ນຊາຍແດນຫວຽດນາມ - ລາວ ແຫ່ງສັນຕິພາບ,ມິດຕະພາບ, ມີການຮ່ວມມືຮອບດ້ານພ້ອມກັນພັດທະນາໄລຍະ 2017 – 2020 ຢ່າງມີປະສິດທິຜົນ; ເລື່ອງແລກປ່ຽນຄະນະຜູ້ແທນ, ຈັດຕັ້ງການຝຶກອົບຮົມ, ແລກປ່ຽນບົດຮຽນໃຫ້ແກ່ຖັນແຖວພະນັກງານແນວລາວສ້າງຊາດ ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ.
        ທ່ານປະທານ ເຈິ່ນແທງເໝິນ ສະເໜີແນວລາວສ້າງຊາດສົມທົບກັນຢ່າງແໜ້ນແຟ້ນກັບແນວໂຮມປະເທດຊາດຫວຽດນາມ, ປະຕິບັດບັນດາໂຄງການຮ່ວມມື ລະຫວ່າງແນວໂຮມສອງປະເທດ ທີ່ໄດ້ລົງນາມຢ່າງມີປະສິດທິຜົນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top