• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການສົນທະນາ Shangri la ຄັ້ງທີ 16 ເລັ່ງໃສ່ຫົວຂໍ້ “ຊອກຫາພື້ນຖານລວມໃຫ້ແກ່ຄວາມໝັ້ນຄົງພາກພື້ນ’’

      ການຊອກຫາພື້ນຖານລວມໃຫ້ແກ່ຄວາມໝັ້ນຄົງພາກພື້ນ ກໍແມ່ນໜຶ່ງໃນບັນດາຫົວຂໍ້ຕົ້ນຕໍທີ່ນຳມາປຶກສາຫາລືໃນການສົນທະນາ Shangri la ຄັ້ງທີ 16 ປີນີ້ ຊຶ່ງຖືກຈັດຂຶ້ນຢູ່ສິງກະໂປ

ທ່ານ ພົນຕີ   ຫງວຽນດຶກຫາຍ ຫົວໜ້າຄະນະຜູ້ແທນຫວຽດນາມ 
      ທີ່ການປຶກສາຫາລືເມື່ອຕອນເຊົ້າວັນທີ 4/6, ມີຜູ້ແທນ ບາງທ່ານໃນອາຊີຕາເວັນອອກສ່ຽງໃຕ້ໄດ້ສະແດງທັດສະນະ, ຕີລາຄາກ່ຽວກັບບັນດາບັນຫາຄວາມໝັ້ນຄົງທີ່ພົ້ນເດັ່ນໃນພາກພື້ນ, ພ້ອມທັງຍົກອອກບັນດາແນວຄວາມຄິດ ແນໃສ່ຫຼຸດຜ່ອນຜົນສະທ້ອນທີ່ບໍ່ດີຂອງບັນດາສິ່ງທ້າທາຍພວມເກີດຂຶ້ນ. ກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ, ທ່ານເລຂາທິການໃຫຍ່ອາຊຽນ ເລເລື່ອງມິນຖືວ່າ ບັນດາທີີ່ຮີບດ່ວນໃນປະຈຸບັນ ແມ່ນອາຊຽນ ແລະ ຈີນຄວນຄວນເຈລະຈາກ່ຽວກັບປັດໄຈລະອຽດທີ່ມີລັກສະນະຜູກຮັດຂອງກົດແຫ່ງການປະພຶດ COC ໂດຍໄວ ແນໃສ່ສະກັດກັ້ນ ແລະ ຄຸ້ມຄອງບັນດາບັນດາການຂັດແຍ່ງທີ່ເກີດຂຶ້ນ. ກ່ຽວກັບສະພາບການຢູ່ ສ.ປ.ປ.ເກົາຫຼີ, ທ່ານເລຂາທິການໃຫຍ່ອາຊຽນ ເລເລື່ອງມິນເນັ້ນໜັກວ່າ ອາຊຽນຮຽກຮ້ອງໃຫ້ສ້າງແຫຼມເກົາຫຼີປອດນິວເຄຼຍ, ພ້ອມທັງຟື້ນຟູການເຈລະຈາຕ່າງໆ ແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງລົງ.
     ແລະ ໃນກໍຂອບເຂດການສົນທະນາ Shangri la ຄັ້ງທີ 16, ຕອນເຊົ້າວັນທີ 4/6, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ກໍໄດ້ມີການພົບປະກັບບັນຫາຫົວໜ້າຄະນະຜູ້ແທນປະເທດຕ່າງໆໃນອາຊຽນ. ຕາມທ່ານ ພົນຕີ      ຫງວຽນດຶກຫາຍ ຫົວໜ້າຄະນະຜູ້ແທນຫວຽດນາມແລ້ວ, ນີ້ແມ່ນການພົບປະທີ່ມີຄວາມໝາຍ, ແມ່ນໂອກາດເພື່ອໃຫ້ບັນດາປະເທດອາຊຽນແບ່ງປັນບັນດາສິ່ງ ທ້າທາຍຂອງແຕ່ລະປະເທດ ກໍຄືເພີ່ມທະວີການຮ່ວມມືກັບອາເມລິກາຍິ່ງຂຶ້ນອີກ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top