• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົວພັນຍຸດທະສາດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ສຶບຕໍ່ພັດທະນາ

ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ 
​ຕ້ອນຮັບ​ທ່ານ​ນາງ Satsuki Katayama ສະມາຊິກ​ສະພາ​ສູງ
(ພາບ: TTXVN)
           ຕອນ​ບ່າຍ​ວັນ​ທີ 23/12 ຢູ່ ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Satsuki Katayama ສະມາຊິກ​ສະພາ​ສູງ, ຜູ້​ຮັກສາ​ການ​ປະທານ​ກຳມາ​ທິການ​ນະ​ໂຍບາຍ​ພັກ​ເສລີ​ປະຊາທິປະ​ໄຕ ຍີ່ປຸ່ນ ທີ່​ພວມ​ຢູ່​ຢ້ຽມຢາມ ຫວຽດນາມ. ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຫວູດຶກ​ດາມ ສະ​​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ເຫັນ​ວ່າ ​ໃນ​ໄລຍະ​ຜ່ານ​ມາ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ​ລະຫວ່າງ ຫວຽດນາມ - ຍີ່ປຸ່ນ ສືບ​ຕໍ່​ພັດທະນາ​ຢ່າງ​ແຮງ ​ແລະ ​ແທດ​ຈິງ ​ໃນ​ທຸກ​ຂົງ​ເຂດ ດ້ວຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ສູງ​ກ່ຽວ​ກັບ​ດ້ານ​ການ​ເມືອງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ປາດ​ຖະໜາ​ວ່າ ທ່ານ​ນາງ Satsuki Katayama ຈະຕັ້ງໜ້າ​ຂົນຂວາຍ​ເພື່ອ​​ໃຫ້​ສະພາ​ແຫ່ງ​ຊາດ ຍີ່ປຸ່ນ ສືບ​ຕໍ່​ສະໜັບສະໜູນ, ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ. 
(ແຫຼ່ງຄັດຈາກ VOV)

 

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top