• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການປະຕິຮູບນະໂຍບາຍພາສີອາກອນຊ່ວຍສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ຫວຽດນາມ

      ຕອນເຊົ້າວັນທີ 27 ພະຈິກ, ຢູ່ ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ສົມທົບກັບກະຊວງການເງິນຈັດຕັ້ງກອງປະຊຸມເຈລະຈາກັບວິສາຫະກິດກ່ຽວກັບນະໂຍບາຍ ແລະ ລະບຽບການບໍລິຫານພາສີ, ອາກອນປີ 2017.

 ກອງປະຊຸມເຈລະຈາກັບວິສາຫະກິດກ່ຽວກັບນະໂຍບາຍ ແລະ ລະບຽບການບໍລິຫານພາສີ, ອາກອນປີ 2017
      ກ່າວຄວາມເຫັນຢູ່ທີ່ນີ້, ທ່ານນາງ ຫວູທິມາຍ, ຮອງລັດຖະມົນຕີກະຊວງການເງິນ ເນັ້ນໜັກວ່າ, ປີ 2017 ຂະແໜງການເງິນປະຕິບັດຫຼາຍມາດຕະການເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດໃນຂົງເຂດພາສີ, ອາກອນແລ້ວ. ທີ່ການເຈລະຈາ, ຜູ້ຕາງໜ້າປະຊາຄົມວິສາຫະກິດ, ທ່ານ ດ່ວານຢູຍເຄືອງ, ຮອງປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ, ໃຫ້ຮູ້ວ່າ:
          “ບັນດາວິຫາຫະກິດຫວັງວ່າ, ບັນດາລະບຽບການກວດກາຄວນກະທັດລັດງ່າຍດາຍ, ຖືກຕ້ອງຕາມຈຸດປະສົງ, ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດພັດທະນາກວ່າ. ກ່ຽວຂ້ອງເຖິງບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ, ແມ່ນກວມຈຳນວນວິສາຫະກິດສ່ວນຫຼາຍ, ແຕ່ພັດຂາດແຫຼ່ງຊັບພະຍາກອນປະຕິບັດບັນດາຂໍ້ກຳນົດທີ່ສັບສົນດ້ານພາສີ, ອາກອນ. ມີບາງວິສາຫະກິດຂະໜາດກາງ ແລະ ນ້ອຍເປັນຫ່ວງຕໍ່ ເລື່ອງປະຕິບັດນະໂຍບາຍກົດໝາຍພາສີ. ສະນັ້ນ, ສະເໜີໃຫ້ຍົກອອກຂໍ້ກຳນົດໃໝ່ຢ່າງງ່າຍດາຍ, ເໝາະສົມກັບວິສາຫະກິດຂະໜາດ    ບັນດາວິສາຫະກິດສະເໜີຕໍ່ກະຊວງການເງິນ, ອົງການພາສີອາກອນເມື່ອປ່ຽນແປງເອກະສານດ້ານກົດໝາຍຄວນແຈ້ງຢ່າງກວ້າງຂວາງເຖິງບັນດາເປົ້າໝາຍປັບປຸງ, ບໍ່ຄວນປ່ຽນແປງຫຼາຍ. ພ້ອມທັງຍົກສູງການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນການແກ້ໄຂລະບຽບການພາສີ, ອາກອນ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top