• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳນະຄອນ ໂຮ່ຈີມິນ ຕ້ອນຮັບຄະນະຜູ້ແທນພຸດທະສາສະໜາ ໄທ

      ບັນດາການເຄື່ອນໄຫວຕັ້ງໜ້າລະຫວ່າງສະພາສົງ ໄທ ແລະ ສະມາຄົມພຸດທະສາສະໜາ ໄທ ກັບ ສະມາຄົມພຸດທະສາສະໜາ ຫວຽດນາມ ຈະປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທ
ການນຳນະຄອນ ໂຮ່ຈີມິນ ຕ້ອນຮັບຄະນະຜູ້ແທນພຸດທະສາສະໜາ ໄທ (ພາບ: ອິນເຕີແນັດ)
      ຕອນຄ່ຳວັນທີ 03 ຕຸລາ, ທ່ານນາງ ຫວໍທິຢຸງ, ຮອງເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບພະມະຫາອາຈານ ພົມສາຈີລາຢັນ ສະມາຊິກສະພາສົງ ໄທ, ຫົວໜ້າຄະນະບັນດາພະສົງສຳມະເນນ ໄທ, ບັນດາພະມະຫາອາຈານເຈົ້າອະທິການວັດ ຫວຽດນາມ ຢູ່ ໄທ ແລະ ບາງພຸດທະສາສະນິກະຊົນເປັນຊາວ ຫວຽດນາມ ອາໄສຢູ່ ໄທ ພວມມີການຢ້ຽມຢາມນະຄອນ ໂຮ່ຈີມິນ. ນະທີ່ນີ້, ທ່ານນາງ ຫວໍທິຢຸງ ໄດ້ສະແດງຄວາມເຊື່ອໝັ້ນຕໍ່ບັນດາການເຄື່ອນໄຫວຕັ້ງໜ້າລະຫວ່າງສະພາສົງ ໄທ ແລະ ສະມາຄົມພຸດທະສາສະໜາ ໄທ ກັບ ສະມາຄົມພຸດທະສາສະໜາ ຫວຽດນາມ ຈະປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທ, ລະຫວ່າງສະມາຄົມພຸດທະສາສະໜາ ຫວຽດນາມ ແລະ ສະມາຄົມພຸດທະສາສະໜາ ໄທ. ສ່ວນພະມະຫາອາຈານ ພົມສາຈີລາຢັນ ໄດ້ຢືນຢັນວ່າ ສາສະໜາພຸດ 2 ປະເທດ ສາມາດຮ່ວມມືພັດທະນານ້ຳໃຈມິດຕະພາບແບບຍືນຍົງ, ພ້ອມກັນສືບທອດມູນເຊື້ອ, ໂຄສະນາສາສະໜາພຸດ ແລະ ຮ່ວມມືກັນໃນຫລາຍຂົງເຂດ, ນຳສາສະໜາພຸດໃຫ້ນັບມື້ນັບພັດທະນາບົນພື້ນຖານວັດທະນະທຳເປັນຫລາຍຮູບຫລາຍແບບ, ນັບຖືຄຳສັ່ງສອນຂອງພຸດທະສາສະໜາ.
 (ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ສຸມ​ໃສ່​ການ​ໂຄ​ສະ​ນາ​ເພື່ອ​ຕໍ່​ສູ້​ຮຽກ​ຮ້ອ​ງ​ຄວາມ​ຍຸ​ຕິ​ທຳ​ໃຫ້​ແກ່​ຜູ້​ປ​ະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ

ສືບ​ຕໍ່​ສຸມ​ໃສ່​ການ​ໂຄ​ສະ​ນາ​ເພື່ອ​ຕໍ່​ສູ້​ຮຽກ​ຮ້ອ​ງ​ຄວາມ​ຍຸ​ຕິ​ທຳ​ໃຫ້​ແກ່​ຜູ້​ປ​ະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ

“ສືບຕໍ່ສຸມໃສ່ການໂຄສະນາເພື່ອຕໍ່ສູ້ຮຽກຮ້ອງຄວາມຍຸຕິທຳໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ” ສິ່ງດັ່ງກ່າວໂດຍພົນຕີ ຫງວຽນຫືວຈິງ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ (VAVA), ໄດ້ຢັ້ງຢືນໃນກອງປະຊຸມຄັ້ງທີ 3, ຄະນະບໍລິຫານງານຊຸດທີ V, ອາຍຸການ 2023 – 2028, ໄດ້ດຳເນີນໃນຕອນບ່າຍວັນທີ 9 ທັນວາ, ຢູ່ຮ່າໂນ້ຍ.

Top