• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມ Shangri – La: ການຮ່ວມມື ແມ່ນຂໍ້ກຸນແຈແກ້ໄຂບັນດາການຂັດແຍ້ງຢູ່ທະເລ

ວັນທີ 01 ມິຖຸນາ, ກອງປະຊຸມ Shangri – La ຄັ້ງທີ 18 ໄດ້ດໍາເນີນບັນດາວາລະປຶກສາຫາລື ພ້ອມດ້ວຍບັນດາຫົວຂໍ້ທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງໃນການເດີນທະເລ, ການພັດທະນາຂະແໜງອຸດສາຫະກໍາປ້ອງກັນຊາດ, ການຮ່ວມມືດ້ານປ້ອງກັນຊາດ..., ໃນນັ້ນໄດ້ເນັ້ນໜັກເປັນພິເສດເຖິງການເພີ່ມທະວີການຮ່ວມມື ແລະ ການເຈລະຈາ ແມ່ນຂໍ້ກຸນແຈເພື່ອແກ້ໄຂບັນດາການຂັດແຍ້ງຢູ່ທະເລເວົ້າລວມ ແລະ ທະເລຕາເວັນອອກເວົ້າສະເພາະ.

ກອງປະຊຸມ Shangri – La ຄັ້ງທີ 18 ໃນວັນທີ 01 ມິຖຸນາ (ພາບ: TTXVN)

 ບັນດານັກຊ່ຽວຊານເນັ້ນໜັກວ່າ ການແກ້ງແຍ້ງຂອງບັນດາປະເທດມະຫາອໍານາດ ໄດ້ເຮັດໃຫ້ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກເພີ່ມຂຶ້ນ ແລະ ຜົນຕາມມາແມ່ນມີຄວາມສ່ຽງຫຼາຍກວ່າກ່ຽວກັບການແຕະຕ້ອງ ແລະ ປະທະກັນຢູ່ທະເລ ກໍຄື ນ່ານຟ້າ, ຈາກນັ້ນ ອາດເກີດການປະທະກັນຄັ້ງໃຫຍ່ ສົ່ງຜົນກະທົບຕໍ່ບັນດາປະເທດ ອາຊຽນ. ຕາມບັນດານັກຊ່ຽວຊານແລ້ວ, ທະເລຕາເວັນອອກຄວນ ແມ່ນພາກພື້ນແຫ່ງສັນຕິພາບ, ມິດຕະພາບ ແທນທີ່ໃຫ້ບ່ອນທີ່ເກີດບັນດາການສູ້ຢັນ ແລະ ປະທະກັນ.

        ນັກຊ່ຽວຊານຫຼາຍທ່ານກໍຖືວ່າ ການເຈລະຈາກ່ຽວກັບ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ລະຫວ່າງ ອາຊຽນ ແລະ ຈີນ ພວມດໍາເນີນໄປຢ່າງສະດວກ ແຕ່ຕ້ອງມີຄວາມແທດຈິງ ແລະ ສິ່ງສໍາຄັນແມ່ນ ບໍ່ໄປຝືນກັບບັນດາຂໍ້ກໍານົດຂອງກົດໝາຍສາກົນ. ສອງຝ່າຍຄວນເຮັດແຈ້ງບັນດານິຍາມ ກ່ຽວກັບສິດໃນການສໍາຜັດ ແລະ ສິດເສລີການປ້ອງກັນຄວາມສະຫງົບໃນການເດີນທະເລຢູ່ທະເລຕາເວັນອອກ.

 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top