• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມເຈົ້າໜ້າທີ່ຜູ້ອາວຸໂສຮັບຜິດຊອບປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ

ຕອນເຊົ້າວັນທີ 24 ກຸມພາ, ທີ່ນະຄອນ ດ່າລາດ, ແຂວງ ເລິມດົ່ງ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ເປັນເຈົ້າພາບ ແລະ ສົມທົບກັບຄະນະເລຂາ ອາຊຽນ ໄຂກອງປະຊຸມເຈົ້າໜ້າທີ່ຜູ້ອາວຸໂສຮັບຜິດຊອບປະຊາຄົມວັດທະນະທຳ ແລະ ສັງຄົມ ອາຊຽນ (SOCA) ເພື່ອແນໃສ່ຕີລາຄາກາງສະໄໝການປະຕິບັດແຜນການສັງລວມປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ ແລະ ກອງປະຊຸມວົງແຄບ SOCA.

ກອງປະຊຸມເຈົ້າໜ້າທີ່ຜູ້ອາວຸໂສຮັບຜິດຊອບປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ (ພາບ: TTXVN)

ກອງປະຊຸມມີການເຂົ້າຮ່ວມຂອງຜູ້ແທນເກືອບ 60 ທ່ານເຊິ່ງແມ່ນບັນດາເຈົ້າໜ້າທີ່ອາວຸໂສ ແລະ ພະນັກງານຮັບຜິດຊອບປະຊາຄົມວັດທະນະທຳ - ສັງຄົມທີ່ມາຈາກ 10 ປະເທດສະມາຊິກ ອາຊຽນ, ຄະນະເລຂາ ອາຊຽນ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການສູນກາງ ແລະ ບັນດານັກຊ່ຽວຊານໃຫ້ຄຳປຶກສາຂົງເຂດການໜູນຊ່ວຍໃຫ້ແກ່ການຕີລາຄາ.

        ໝາກຜົນຂອງກອງປະຊຸມແມ່ນໜຶ່ງໃນບັນດາເນື້ອໃນສຳຄັນ ຖືກລາຍງານຢູ່ກອງປະຊຸມ SOCA ຄັ້ງທີ 28 ແລະ ກອງປະຊຸມສະພາປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ ຄັ້ງທີ 23 ຈະດຳເນີນໃນລະຫວ່າງວັນທີ 05 – 08 ເມສາ ຈະມາເຖິງຢູ່ນະຄອນ ດ່າໜັງ, ກ່ອນທີ່ດຳເນີນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36.

(ແຫຼ່ງຄັດຈາກ VOV)


ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top