• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຸດຍອດ CELAC ບັນລຸໄດ້້ຂໍ້ຕົກລົງສຳຄັນຫລາຍຢ່າງ

CELAC ກໍ່ຮັບຮອງເອົາເລື່ອງອອກສຽງຄັດຄ້ານການປິດລ້ອມເສດຖະກິດສຳລັບ ກູບາ ແລະ ສະຫນັບສະຫນູນອະທິປະໄຕຂອງ ອັກຊັງຕີນ ສຳລັບໝູ່ເກາະ Malvinas.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຸດຍອດ CELAC ເມື່ອວັນທີ 18 ກັນຍາ. (ພາບ:AFP/TTXVN)

ວັນທີ 18 ກັນຍາ, ກອງປະຊຸມສຸດຍອດຄັ້ງທີ VI ຂອງອົງການຈັດຕັ້ງບັນດາປະເທດ ອາເມລິກາລາຕີນ ແລະ Caribe (CELAC) ໄດ້ສິ້ນສຸດລົງພາຍຫລັງເຮັດວຽກຢູ່ ເມຊີໂກ ມາເປັນເວລາ 1 ວັນ ດ້ວຍການເຂົ້າຮ່ວມຂອງ 31 ປະເທດ ໄດ້ຍົກອອກຖະແຫລງການຮ່ວມເພີ່ມທະວີການຮ່ວມມື ແລະ ເຊື່ອມໂຍງພາກພື້ນ.

ຕາມຖະແຫລງການຮ່ວມ ລວມມີ 44 ຂໍ້, ບັນດາປະເທດເຂົ້າຮ່ວມໄດ້ເຫັນດີກ່ຽວກັບແຜນການເປັນເຈົ້າຕົນເອງດ້ານສາທາລະນະສຸກ ເພື່ອແນໃສ່ຫລີກລ້ຽງສະພາບຂາດວັກຊິນ ແລະ ການສຳຜັດບໍ່ສະເຫມີພາບກັບວັກຊິນໃນບັນດາໂລກລະບາດຄ້າຍຄືໂຄວິດ -19 ຊື່ງອາດຈະເກີດຂຶ້ນໃນອະນາຄົດ, ສ້າງກອງທຶນປ້ອງກັນຕ້ານໄພທຳມະຊາດຍ້ອນການປ່ຽນແປງຂອງດິນຟ້າອາກາດ ດ້ວຍທຶນເບື້ອງຕົ້ນແມ່ນ 15 ລ້ານ USD ແລະ ຮັບຮອງເອົາກົນໄກການເຄື່ອນໄຫວຂອງອົງການຈັກກະວານ ອາເມລິກາລາຕີນ ແລະ Caribe. ຄຽງຄູ່ກັນນັ້ນ CELAC ກໍ່ຮັບຮອງເອົາເລື່ອງອອກສຽງຄັດຄ້ານການປິດລ້ອມເສດຖະກິດສຳລັບ ກູບາ ແລະ ສະຫນັບສະຫນູນອະທິປະໄຕຂອງ ອັກຊັງຕີນ ສຳລັບໝູ່ເກາະ Malvinas.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top