• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຸດຍອດ ອີຢູ - ຈີນ ສິ້ນສຸດລົງໃນຄວາມບໍ່ລົງລອຍກັນ

      ກອງປະຊຸມສຸດຍອດທາງອອນລາຍລະຫວ່າງສະຫະພາບ ເອີຣົບ (ອີຢູ) - ຈີນ ໃນວັນທີ 14 ກັນຍາ ສືບຕໍ່ເກີດບັນດາຄວາມບໍ່ລົງລອຍກັນລະຫວ່າງ 2 ຝ່າຍ, ໃນນັ້ນ ຈຸດພົ້ນເດັ່ນທີ່ສຸດ ນັ້ນແມ່ນບັນຫາການຄ້າ - ການລົງທຶນ, ກໍ່ຄືທັດສະນະທີ່ແຕກຕາງກັນກ່ຽວກັບດ້ານຄວາມໝັ້ນຄົງ, ສິດທິມະນຸດ. 

ກອງປະຊຸມສຸດຍອດ ອີຢູ - ຈີນ (ພາບ: Yahoo)
      ໃນສານທີ່ສົ່ງເຖິງການນຳສູງສຸດຂອງ ຈີນ, ເຈົ້າໜ້າທີ່ຂັ້ນສູງຂອງອີຢູ ທັງ 3 ທ່ານໂດຍແມ່ນທ່ານປະທານສະພາເອີຣົບ Charles Michel; ທ່ານປະທານຄະນະກຳມະການເອີຣົບ Ursula von der Leyen ແລະ ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ລ້ວນແຕ່ຢ້ຳຄືນຄຳຮຽກຮ້ອງແຕ່ຫລາຍປີກ່ອນຂອງຝ່າຍ ອີຢູ ທີ່ວ່າ ຈີນ ຄວນເປີດປະຕູຕະຫລາດພາຍໃນຂອງ ຈີນ ຢ່າງແຮງກ່ວາ ຕາມຫຼັກການຕ່າງຝ່າຍຕ່າງມີຜົນປະໂຫຍດກັບ ເອີຣົບ.
(ແຫຼ່ງຄັດຈາກ VOV)

ສ້າງກອບ​ສະ​ຖາ​ປາ​ນິກ​ສັງ​ລວມ​ປະ​ເທດ​ດີ​ຈີ​ຕອນ ຮັບ​ໃຊ້​ການ​ບໍ​ລິ​ຫານ​ປະ​ເທດ

ສ້າງກອບ​ສະ​ຖາ​ປາ​ນິກ​ສັງ​ລວມ​ປະ​ເທດ​ດີ​ຈີ​ຕອນ ຮັບ​ໃຊ້​ການ​ບໍ​ລິ​ຫານ​ປະ​ເທດ

ຕອ​ນ​ບ່​າຍ​ວັນ​ທີ 03 ກໍ​ລະ​ກົດ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ສ້າງກອບ​ສະ​ຖາ​ປາ​ນິກ​ສັງ​ລວມ​ປະ​ເທດ​ດີ​ຈີ​ຕອນ ແລະ ພັດ​ທະ​ນາ​ບັນ​ດາ​ຮາກ​ຖານ​ຂໍ້​ມູນ​ແຫ່ງ​ຊາດ, ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ.

Top