• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຳມະນາແບ່ງຂັ້ນຄຸ້ມຄອງຢູ່ລາວ ແລະ ຫວຽດນາມ


ກອງ​ປະ​ຊຸມ​ສຳ​ມະ​ນາ​ລະ​ຫວ່າງ “ແບ່ງ​ຂັ້ນ​ຄຸ້ມ​ຄອງ​ຢູ່​ລາວ ແລະ ຫວຽດ​ນາມ"
​​​​​      ໂດຍນອນ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ຂອງ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ ສ​ປ​ປ ລາວ, ຕອນ​ເຊົ້າ​ວັນ​ທີ 7/3, ທີ່​ສ​ຳ​ນັກ​ງາ​ນ​ສະ​ພາ​ແຫ່ງ​ຊາດ, ໄດ້​​ດຳ​ເນີນ​ກອງ​ປະ​ຊຸມ​ສຳ​ມະ​ນາ “ແບ່ງ​ຂັ້ນ​ຄຸ້ມ​ຄອງ​ຢູ່​ລາວ ແລະ ຫວຽດ​ນາມ, ບັນ​ດາ​ບົດ​ຮຽນ​ຂອງ​ສະ​ພາ​ແຫ່ງ​ຊາດ ໃນ​ການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ຢູ່​ບັນ​ດາ​ແຂວງ, ນະ​ຄອນ ແລະ ຂອງ​ລັດ​ຖະ​ບານ​ຢູ່​ສູນ​ກາງ, ແຂວງ, ເມືອງ, ຕາ​ແສງ”. ທ່ານ​​ນາງ ຕ່ອງ​ທ​ິ​ຟ໋ອງ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ​ປ​ປ ລາວ ປາ​ນີ ​ຢ່າ​ທໍ່​ຕູ້ ເປັນ​ປ​ະ​ທານກອງ​ປະ​ຊຸມ. ກອງ​ປະ​ຊຸມ​ສຳ​ມະ​ນາ​ເພື່ອ​ແນ​ໃສ່ສະ​ແດງ​ບົດ​ບາດ, ຄວາມ​ຮັບ​ຜິດ​ຊອບ​ຂອງ​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ ສຳ​ລັບ​ບັນ​ດ​າ​ສາ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ລັດ ແລະ ແມ່ນ​ການ​ສະ​ແດງ​ໃຫ້​ເຫັນ​ູ​ຄວາມມີ​ຊີ​ວິດ​ຊີ​ວາ​ຂອງ​ການ​ພົວ​ພັນ​ຮ່ວມ​ມື​ນັບ​ມື້​ນັບ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ແລະ ລັດ​ຖະ​ບານ 2 ປະ​ເທດ ຫວຽດ​ນາມ ແລະ ລາວ. ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ກາ​ນ​ນຳ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ທ​້​ອງ​ຖິ່ນ, ບັນ​ດາ​ນັກ​ຊ່ຽວ​ຊານ​ໃນ​ຂົງ​ເຂດ​ຄຸ້ມ​ຄອງ​ລັດ​ຂອງ ຫວຽດ​ນາມ ແລະ ລາວ ພ້ອມ​ກັນ​ແລກ​ປ່ຽນ​ບົດ​ຮຽນ​ຕົວ​ຈິງ ແລະ ເຮັດ​ແຈ້ງ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ການ​ແບ່ງ​ຂັ້ນ​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ຄ້ມ​ຄອງ​ແຂວງ, ນະ​ຄອນ, ລະ​ຫວ່າງລັດ​ຖະ​ບານ ແລະ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ບັນ​ດາ​ແຂວງ, ເມືອງ, ຕາ​ແສງ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top