• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະພາປະທານສານອາຊຽນຄັ້ງທີ 7

ກອງປະຊຸມຄັ້ງທີ 7 ສະພາປະທານສານອາຊຽນ ໄດ້ດຳເນີນໃນວັນທີ 22 ພະຈິກ, ຢູ່ປະເທດໄທ. ທ່ານ ຫງວຽນຮ່ວາບິ່ງ, ເລຂາສູນກາງພັກ, ປະທານສານປະຊາຊົນສູງສຸດຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນສານປະຊາຊົນສູງສຸດຫວຽດນາມ ເຂົ້າຮ່ວມກອງປະຊຸມ.
(ກອງປະຊຸມສະພາປະທານສານອາຊຽນ ຄັ້ງທີ  7)

ທີ່ວາລະໄຂກອງປະຊຸມ, ບັນດາປະທານສານ ຕີລາຄາວ່າ ພາຍຫຼັງປະຕູຖານຂໍ້ມູນເອເລັກໂຕນິກຂອງສານບັນດາປະເທດອາຊຽນ ໄດ້ເຄື່ອນໄຫວເປັນເວລາ 1 ປີ ນັ້ນຍິ່ງນັບມື້ນັບໄດ້ຮັບຄວາມສົນໃຈຈາກທົ່ວໂລກ, ຕອບສະໜອງຄວາມຕ້ອງການດ້ານຂໍ້ມູນຂ່າວສານກ່ຽວກັບບັນດາລະບົບກົດໝາຍ ແລະ ນິຕິກຳຂອງອາຊຽນ.

        ໂດຍຕາງໜ້າຄະນະຜູ້ແທນຫວຽດນາມ, ທ່ານປະທານສານ ຫງວຽນຮ່ວາບິ່ງ ຢືນຢັນວ່າ, ສານປະຊາຊົນສູງສຸດຫວຽດນາມ, ດ້ວຍຖານະເປັນສະມາຊິກຂອງປະຕູຖານຂໍ້ມູນດັ່ງກ່າວ ຍາມໃດກໍ່ພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນຜົນສຳເລັດລວມ, ເພື່ອປະຊາຄົມອາຊຽນ ສະໜິດຕິດພັນ, ອີງໃສ່ກົດໝາຍ, ມຸ່ງໄປເຖິງປະຊາຊົນ ແລະ ຖືເອົາປະຊາຊົນເປັນໃຈກາງ.

        ໃນຂອບເຂດກອງປະຊຸມ, ບັນດາປະທານສານກໍ່ໄດ້ພິຈາລະນາ ແລະ ໃຫ້ສັດຕະຍາບັນບາງຂໍ້ລິເລີ່ມໃໝ່; ຊົມເຊີຍເລື່ອງຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມຄັ້ງທີ 8 ສະພາປະທານສານອາຊຽນ ໃນປີ 2020.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top