• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄະນະຊີ້ນຳລະຫວ່າງຂະແໜງກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ

ຕອນເຊົ້າວັນທີ 14 ມັງກອນ, ທີ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີງມິງ, ຫົວໜ້າຄະນະຊີ້ນຳລະຫວ່າງຂະແໜງກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນໃນຂົງເຂດດ້ານການເມືອງ - ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ເປັນປະທານກອງປະຊຸມຂອງຄະນະຊີ້ນຳ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ, ຫົວໜ້າຄະນະຊີ້ນຳ ຟ້າມບີງມິງ (ພາບ: TTXVN)

ທີ່ກອງປະຊຸມ, ບັນດາຜູ້ແທນສຸມໃສ່ຕີລາຄາສະພາບການໂລກ ແລະ ພາກພື້ນ, ສຳຫລວດກວດຄືນວຽກງານຂອງຄະນະຊີ້ນຳໃນປີ 2018 ແລະ ຮັບຮອງເອົາທິດທາງ, ໜ້າທີ່ຂອງຄະນະຊີ້ນຳໃນປີ 2019.

        ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ, ຫົວໜ້າຄະນະຊີ້ນຳ ຟ້າມບີງມິງ ໄດ້ຕີລາຄາສູງບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ໄດ້ສົມທົບຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ, ຍຸດທະສາດສັງລວມກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນຮອດປີ 2020 ແລະ ວິໄສທັດຮອດປີ 2030 ຢ່າງມີປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມິງ ເນັ້ນໜັກວ່າ ສະພາບການໂລກ ແລະ ພາກພື້ນໃນປີ 2019 ສືບຕໍ່ຫັນປ່ຽນຢ່າງວ່ອງໄວ, ສັບສົນ, ສົ່ງຜົນກະທົບໂດຍກົງຕໍ່ ຫວຽດນາມ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຕ້ອງຕີລາຄາ, ຄາດຄະເນສະພາບການຢ່າງທັນການ, ເປັນເຈົ້າການຍົກອອກບັນດາມາດຕະການຜັນຂະຫຍາຍວຽກງານເຊື່ອມໂຍງເຂົ້າກັບສາກົນຢ່າງມີປະສິດທິຜົນ, ປະກອບສ່ວນປົກປັກຮັກສາ ແລະ ຊຸກຍູ້ຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນ.

 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top