• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຂັ້ນສູງພິເສດອາຊຽນ-ອາເມລິກາ: ບັນດາການນຳອອກ “ຖະແຫຼງການSunnylands”

ການນຳບັນດາປະເທດ ອາຊຽນ ແລະ ອາເມລິກາ
(ພາບ: AFP)
          ວັນ​ທີ 16/2, ກອງ​ປະຊຸມ​ຂັ້ນ​ສູງ​ພິ​ເສດ ອາ​ຊຽນ - ອາ​ເມ​ລິ​ກາ ສິ້ນ​ສຸດ​ລົງ​ພາຍຫຼັງ​ເຮັດ​ວຽກ​ຢູ່ Sunnylands, ລັດ California, ປະ​ເທດ ອ​າ​ເມ​ລິ​ກາ ມາ​ເປັນ​ເວລາ 2 ວັນ. ກອງ​ປະຊຸມ​ໄດ້​ອອກ​ຖະ​ແຫຼ​ງການ Sunnylands ​ເຊິ່ງລວມມີ​ 17 ເນື້ອ​ໃນ, ​ໃນ​ນັ້ນ​ມີ​ການ​ໃຫ້​ຄຳ​ໝັ້ນ​ສັນຍາ​ເຄົາລົບ​ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ​ສະ​ເໝີ​ພາບ ​ແລະ ​ເອກະລາດທາງ​ດ້ານ​ການ​ເມືອງ​ລະຫວ່າງ​ບັນດາ​ປະ​ເ​ທດ​ແມ່ນ​ເໝາະ​ສົມ​ກັບ​ຫຼັກການ ​ແລະ ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ ສປຊ, ກົດ​ບັດ ອາ​ຊຽນ ​ແລະ ກົດໝາຍ​ສາກົນ, ​ຄຳ​ໝັ້ນ​ສັນຍາ​ແກ້​ໄຂ​ຄວາມ​ຂັດ​ແຍ້ງກັນ​​ໂດຍ​ສັນຕິ​, ບໍ່​ນຳ​ໃຊ້​ອາວຸດ​ ຫຼື ນາບຂູ່​ນຳ​ໃຊ້​ກຳລັງ​ອາວ​ຸດ​ເໝາະ​ສົມ​ກັບ​ບັນດາ​ຫຼັກການ​ລວມທີ່​ໄດ້ຮັບ​ການ​ຮັບ​ຮູ້​ຈາກ​ກົດໝາ​ຍສາກົນ ​ແລະ ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ 1982 (UNCLOS), ​ຄຳ​ໝັ້ນ​ສັນຍາ​ລວມຊຸກຍູ້​ການ​ຮ່ວມ​ມື​ເພື່ອ​ແກ້​ໄຂ​ບັນດາ​ການທ​້າທາຍ​ລວມ​ໃນ​ຂົງ​ເຂດ​ການ​ເດີນ​ທະ​ເລ, ​ເນ​ັ້ນໜັກ​​ເຖິງຄວາມ​ສຳຄັນ​ຂອງ​​ວັດ​ຖະນາ​ຖາວອນ​ລວມ, ການພັດທະນາ ​ແລະ ​ເຕີບ​ໂຕຢ່າງ​ໝັ້ນຄົງ…
        ກອງ​ປະຊຸມ​ຂັ້ນ​ສູງ​ພິ​ເສດ ອາ​ຊຽນ - ອາ​ເມ​ລິ​ກາ ​ໄດ້​ຮັບ​ການຈັດ​ຕັ້ງ​ຢູ່ ອາ​ເມ​ລິ​ກາ ​ເປັນ​ຄັ້ງ​ທຳ​ອິດ ​ແມ່ນ​ກອງ​ປະຊຸມ​ຂັ້ນ​ສູງ​ຄັ້ງ​ທຳ​ອິດ​ພາຍຫຼັງ​ປະຊາ​ຄົມ ອາ​ຊຽນ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ທ້າຍ​ປີ 2015.  ກອງ​ປະຊຸມ​​ເປັນ​ຂີດ​ໝາຍ​ບາດ​ລ້ຽວ​ໃຫ້​ທັງ ອາ​ຊຽນ ​ແລະ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ນັບ​ມື້​ນັບ​ສະໜິດ​ຕິດ​ພັນ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ອາ​ຊຽນ. ວົງ​ການ​ນັກ​ໄຈ້​ແຍກ​ຮັບ​ຮູ້​ວ່າ: ຝ່າຍ ອາ​ເມ​ລິ​ກາ ຖືກ​ອງປະຊຸມ​ນີ້​ເປັນ​ສຳຄັນ, ຖື​ນີ້​​ແມ່ນ​ຂີດ​ໝາຍກ່ຽວ​ກັບ​ການ​ພົວພັນ​ຕ່າງປະ​ເທດ​ໃນ​ທ້າຍ​ອາຍຸ​ການ​ຂ​ອງທ່ານ​ປະທານາທິບໍດີ Barack Obama, ພ້ອມ​ທັງ​ສະ​ແດງ​​ໃຫ້​ເຫັນ​ວ່າຄຳ​ໝັ້ນ​ສັນຍາ​ຜັນ​ຂະຫຍາຍ​ນະ​ໂຍບາຍ​ມຸ່ງ​ໄປ​ເຖິງ​ອາຊີ ຂອງ ວໍ​ຊິງ​ຕັນ ບໍ່​ພຽງ​ແຕ່​​ແມ່ນ​ຄຳ​ເວົ້າລ້າໆ​ເທົ່າ​ນັ້ນ ຫາກ​ຍັງ​​ແມ່ນການ​ກະທຳ​ລະອຽດ​ອີກ​ດ້ວຍ.
        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ເດີນທາງ​ອອກ​ຈາກ California, ສິ້ນ​ສຸດການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ພິ​ເສດ ອາ​ຊຽນ - ອາ​ເມ​ລິ​ກາ ຢ່າງ​ຈົບງາມ.
 (ແຫຼ່ງຄັດຈາກ VOV)
 

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top