• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກວດກາວຽກງານເລືອກຕັ້ງຢູ່ແຂວງເທື່ອທຽນເຫ້ວ ແລະ ບິງດີ້ງ

      ວັນທີ 4 ພຶດສະພາ., ຄະນະຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດໂດຍທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ເປັນຫົວໜ້າຄະນະໄດ້ລົງກວດກາວຽກງານເລືອກຕັ້ງຢູ່ຕາແສງເຮືອງເຊີນ ນະຄອນເຫ້ວ ແຂວງເທື່ອທຽນເຫ້ວ
ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ກວດກາວຽກງານເລືອກຕັ້ງຢູ່ແຂວງເທື່ອທຽນເຫ້ວ
      ການເຮັດວຽກ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ໄດ້ສະເໜີແຂວງເທື່ອທຽນເຫ້ວ ຍູ້ແຮງວຽກງານໂຄສະນາທາງພາຫະນະສື່ມວນຊົນ, ຕິດຕາມກວດກາວຽກງານກະກຽມການເລືອກຕັ້ງ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ສາທາລະນະສຸກ, ຕ້ານໂຄວິດ-19, ປະກອບສ່ວນໃຫ້ແກ່ການເລືອກຕັ້ງດຳເນີນໄປຢ່າງມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ. ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ກ່າວວ່າ :
   “ ພວກຂ້າພະເຈົ້າຕີລາຄາສູງວຽກງານເລືອກຕັ້ງຂອງທ້ອງຖິ່ນ, ກ່ອນອື່ນໝົດ ແມ່ນຖືກຕ້ອງຕາມກົດໝາຍ, ສຸມໃສ່ຊີ້ນຳຢ່າງເປັນເອກະພາບ ແລະ ມີຄວາມແທດເໝາະກັບສະພາບການຕົວຈິງຢູ່ທ້ອງຖິ່ນ. ແຂວງເທື່ອທຽນເຫ້ວ ມີຫຼາຍຈຸດພິເສດສະເພາະ, ມີຊາວເຜົ່າສ່ວນໜ້ອຍ, ມີຫຼາຍສາສະໜາ, ພໍ່ແມ່ພີນ້ອງກໍປະຕິບັດຕາມແຜນນະໂຍບາຍ ແນວທາງຂອງພັກ ແລະ ລັດ”
 (ແຫຼ່ງຄັດຈາກ VOV)
 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top