ຂ່າວສານ
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຕ້ອນຮັບ ທ່ານນາງ ສີໃສ ລືເດດມູນສອນ ຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດ ລາວ
ຕອນບ່າຍວັນທີ 29 ກໍລະກົດ, ຢູ່ສຳນັກງານລັດຖະບານ, ນະຄອນຫຼວງ ຮ່າໂນ້ຍ, ທີ່ການຕ້ອນຮັບ ທ່ານນາງ ສີໃສ ລືເດດມູນສອນ ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດ ລາວ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສຸມໃສ່ຜັນຂະຫຍາຍໜ້າທີ່ຈຳນວນໜຶ່ງຄື: ຮັກສາວຽກງານແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຜັນຂະຫຍາຍປະສິດທິຜົນບັນດາເນື້ອໃນຮ່ວມມືທີ່ໄດ້ເຫັນດີເປັນເອກະພາບໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ເຊິ່ງສອງຝ່າຍຫາກໍ່ລົງນາມ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນປະສົບການທາງດ້ານວິຊາການໃນບັນດາຂົງເຂດທີ່ສອງຝ່າຍຕ່າງມີຄວາມສົນໃຈ.
ສ່ວນທ່ານນາງ ສີໃສ ລືເດດມູນສອນ ປາດຖະໜາວ່າ ບັນດາການນຳຂັ້ນສູງ ຫວຽດນາມ, ພິເສດແມ່ນທ່ານນາຍົກລັດຖະມົນຕີ ເລມິງຮຶງ ຈະສືບຕໍ່ໃຫ້ຄວາມເອົາໃຈໃສ່ສະໜັບສະໜູນ, ຊີ້ນຳເພື່ອໃຫ້ການພົວພັນຮ່ວມມືທຽບເທົ່າລະຫວ່າງຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດ ລາວ ກັບບັນດາອົງການຄູ່ຮ່ວມມືຂອງ ຫວຽດນາມ ບັນລຸໄດ້ໝາກຜົນສູງສຸດ, ໂດຍສະເພາະແມ່ນໃນວຽກງານກໍ່ສ້າງພັກ, ບຳລຸງສ້າງພະນັກງານ; ຈັດຕັ້ງກົງຈັກລັດ; ຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ; ການຄຸ້ມຄອງພະນັກງານ, ລັດຖະກອນ, ພາລະກອນ; ສ້າງ ແລະ ປັບປຸງລະບອບລະບຽບການໃຫ້ສົມບູນແບບ; ປະຕິຮູບການບໍລິຫານ.






