• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ຮ່ວມ​ເດີນ​ທາງ​ມຸ່ງ​ໄປ​ເຖິງ​ ອາ​ຊຽນ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ

ພາຍຫຼັງ 31 ປີ, ອາ​ຊຽນ​ບໍ່​ພຽງ​ແຕ່​ກາຍ​ເປັນ​ເຂດທີ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ສຳ​ຄັນ​ແຖວ​ໜ້າ​ຂອງ ຫວຽດ​ນາມ ເທົ່າ​ນັ້ນ, ຫວຽດ​ນາມ ຍັງ​ໄດ້​ຮັບ​ການ​ຮັບ​ຮູ້​ແມ່ນ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ ແລະ ນັບ​ມື້​ນັບ​ມີ​ບົດ​ບາດ​ນຳ​ພາ​ໃນຫຼາຍ​ຂໍ້​ລິ​ເລີ່ມຂອງ​ພາກ​ພື້ນ.
(ພາບປະກອບ: VNA)

ວັນ​ທີ 28 ກໍ​ລະ​ກົດ, ເປັນ​ຂີດ​ໝາຍ​ສະ​ເຫຼີມ​ສະຫຼອງ 31 ປີ​ແຫ່ງວັນ​ຫວຽດ​ນາມ ເຂົ້າ​ຮ່ວມ​ອາ​ຊຽນ​ຢ່າງ​ເປັນ​ທາງ​ການ (28/7/1995-28/7/2026). ພາຍຫຼັງ 31 ປີ, ອາ​ຊຽນ​ບໍ່​ພຽງ​ແຕ່​ກາຍ​ເປັນ​ເຂດທີ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ສຳ​ຄັນ​ແຖວ​ໜ້າ​ຂອງ ຫວຽດ​ນາມ ເທົ່າ​ນັ້ນ, ຫວຽດ​ນາມ ຍັງ​ໄດ້​ຮັບ​ການ​ຮັບ​ຮູ້​ແມ່ນ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ ແລະ ນັບ​ມື້​ນັບ​ມີ​ບົດ​ບາດ​ນຳ​ພາ​ໃນຫຼາຍ​ຂໍ້​ລິ​ເລີ່ມຂອງ​ພາກ​ພື້ນ. ທ່ານ​ປ.ອ ບິກ​ເຈິນ, ນັກ​ຄົ້ນ​ຄ້​ວາ​ການ​ເມືອງ​ສາ​ກົນ ຢູ່​ມະ​ຫາ​ວິ​ທະຍາ​ໄລ Nanyang, ສິງ​ກະ​ໂປ ຢັ້ງ​ຢືນ​ວ່າ:

ໃນ​ເວ​ລາ​ຜ່ານ​ມາ, ຫວຽດ​ນາມ​ໄດ້​ຮັບ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທານ​ອາ​ຊຽນ ສາມ​ຄັ້ງ. ຄັ້ງ​ທຳ​ອິດ​ໃນ​ປີ 1998, ພາຍຫຼັງ​ການ​ເຂົ້າ​ຮ່ວມ​ເປັນ​ເວ​ລາ 3 ປີ. ຄັ້ງ​ທີ 2 ໃນ​ປີ 2010 ດ້ວຍ​ຂີດ​ໝາຍ​ສຳ​ຄັນ​ສ້າງກອງ​ປະ​ຊຸມ​ສຸດຍອດ ອາ​ຊີ​ຕາ​ເວັນ​ອອກ ແລະ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ບັນ​ດາ​ປະ​ເທດ ອາ​ຊຽນ ເປີດກວ້າງ. ສອງ​ເວ​ທີ​ປາ​ໄສ​ນີ້ ໄດ້​ກາຍ​ເປັນ​ພື້ນ​ຖານ​ຮ່ວມ​ມືຫຼາຍ​ທິດ​ສຳ​ຄັນ​ຂອງ ອາ​ຊຽນ​ກັບ 8 ຄູ່​ຮ່ວມ​ມື​ເຈ​ລະ​ຈາ​ໃນ​ພາກ​ພື້ນ. ຄັ້ງ​ທີ 3 ໃນ​ປີ 2020, ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ຫວຽດ​ນາມ ໄດ້​ນຳ​ໜ້າ​ອາ​ຊຽນ ຮັບ​ມື​ຢ່າງ​ໄຫວ​ພິບ​ຜ່ານ​ບັນ​ດາ​ກອງ​ປະ​ຊຸມ​ທາງ​ໄກ ແລະ ຍົກ​ອອກຫຼາຍ​ຂໍ້​ລິ​ເລີ່ມ​ຟື້ນ​ຟູ​ເສດ​ຖະ​ກິດ​ສັງ​ຄົມ. ພິ​ເສດ, ແຕ່​ປີ 2024 ມາ​ຮອດ​ປັດ​ຈຸ​ບັນ, ຫວຽດ​ນາມ​ໄດ້​ສະ​ເໜີ ແລະ ຊຸກ​ຍູ້​ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ, ເພື່ອ​ແນ​ໃສ່​ສ້າງ​ສະ​ຖານ​ທີ່​ແລກ​ປ່ຽນ​ຂໍ້​ລິ​ເລີ່ມ​ກ່ຽວ​ກັບ​ອະ​ນາ​ຄົດ ພັດ​ທະ​ນາ​ຂອງ​ພ​າກ​ພື້ນ.

(ແຫຼ່ງຄັດຈາກ VOV)

ກອງ​ປະຊຸມ​ວິ​ສາ​ມັນ​ຄັ້ງ​ທີ 1 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XVI ຈະ​ດຳ​ເນີນ​ໃນ​ອາ​ທິດ​ໜ້າ

ກອງ​ປະຊຸມ​ວິ​ສາ​ມັນ​ຄັ້ງ​ທີ 1 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XVI ຈະ​ດຳ​ເນີນ​ໃນ​ອາ​ທິດ​ໜ້າ

ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຫາ​ກໍ່​ອອກ​ໜັງ​ສື​ຮ​ຽກ​ໂຮມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ວິ​ສາ​ມັນ​ຄັ້ງ​ທີ 1, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XVI, ເຊິ່ງ​ຈະ​ດຳ​ເນີນ​ແຕ່​ວັນ​ທີ 3 – 24 ສິງ​ຫາ. ສະ​ພາ​ແຫ່ງ​ຊາດ​ຈະ​ໂຮມ​ປະ​ຊຸມ​ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດໃນ 2 ງວດ.

Top