• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ ມາ​ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນ​ຄ່ຳ​ວັນ​ທີ 27 ກໍ​ລະ​ກົດ, ທ່ານນາງ Samdech Khuon Sudary ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ ໄດ້​ເດີນ​ທາງ​ມາ​ຮອດ ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ແຕ່​ວັນ​ທີ 27 – 29 ກໍ​ລະ​ກົດ​ ຢ່າງ​ເປັນ​ທາງ​ການ, ຕາມ​ຄຳ​ເຊື້ອເຊີນ​ຂອງ​ທ່ານ​ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ.
ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ແທັງ ຕ້ອນ​ຮັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ Samdech Khuon Sudary ຢູ່​ສະ​ໜາມ​ບິ​ນ​ສາ​ກົນ ໂນ້ຍ​ບາຍ (ພາບ: VNA)

ອອກ​ຕ້ອນ​ຮັບ​ຄະ​ນະ​ຢູ່​ສະ​ໜາມ​ບິນ​ສາ​ກົນ ໂນ້ຍ​ບາຍ ມີ​ທ່ານ​ນາງ ຫງວຽນ​ທິ​ແທັງ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ; ທ່ານ ຫວູ​ຫາຍ​ຮ່າ ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ ກຳ​ມາ​ທິ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ການ​ພົວ​ພັນ​ຕ່າງ​ປະ​ເທດ, ທ່ານນາງ Touch Sopharath ເອກ​ອັກ​ຄະ​ລັດ​ຖະ​ທູດ ກຳ​ປູ​ເຈຍ ປະ​ຈຳ ຫວຽດ​ນາມ.

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ທ່ານ​ນາງ​ Samdech Khuon Sudary ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ ຈະ​ມີ​ການ​ພົບ​ປະ​ສອງ​ຝ່າຍ​ກັບ ທ່ານ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ, ພົບ​ປະ​ກັບການ​ນຳ​ຫຼັກ​ແຫຼ່ງ​ຈຳ​ນວນ​ໜຶ່ງ​ຂອງ ຫວຽດ​ນາມ ແລະ ຢ້ຽມ​ຢາມ​ບາງ​ກຸ່ມ​ບໍ​ລິ​ສັດ, ຮາກ​ຖານ​ສາ​ທາ​ລະ​ນະ​ສຸກ​ຂອງ ຫວຽດ​ນາມ. ນອກ​ຈາກ​ນັ້ນ​ແລ້ວ, ​ຄາດ​ວ່າ ບັນ​ດາ​ອົງ​ການ​ສະ​ເພາະ​ກິດ​ຂອງ​ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ ຈະ​ມີ​ການ​ພົບ​ປະ​ແລກ​ປ່ຽນ​ ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

(ແຫຼ່ງຄັດຈາກ VOV)

ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ

ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ

ສະ​ເໜີສອງ​ສະ​ພາ​ແຫ່ງ​ຊາດ​ຕັ້ງ​ໜ້າ​ຊຸກ​ຍູ້​ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ, ປະ​ສານ​ສົມ​ທົບ​ກັນ​ຄົ້ນ​ຄ້​ວາ, ປະ​ກາດ​ໃຊ້​ບັນ​ດາ​ນະ​ໂຍ​ບາຍ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ພົວ​ພັນ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ແທ້​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

Top