ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສຸມໃສ່ຜັນຂະຫຍາຍໜ້າທີ່ຈຳນວນໜຶ່ງຄື: ຮັກສາວຽກງານແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຜັນຂະຫຍາຍປະສິດທິຜົນບັນດາເນື້ອໃນຮ່ວມມືທີ່ໄດ້ເຫັນດີເປັນເອກະພາບໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ເຊິ່ງສອງຝ່າຍຫາກໍ່ລົງນາມ...
ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານນາງ ສີໃສ ລືເດດມູນສອນ ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດ ລາວ (ພາບ: VNA)
ຕອນບ່າຍວັນທີ 29 ກໍລະກົດ, ຢູ່ສຳນັກງານລັດຖະບານ, ນະຄອນຫຼວງ ຮ່າໂນ້ຍ, ທີ່ການຕ້ອນຮັບ ທ່ານນາງ ສີໃສ ລືເດດມູນສອນ ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດ ລາວ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສຸມໃສ່ຜັນຂະຫຍາຍໜ້າທີ່ຈຳນວນໜຶ່ງຄື: ຮັກສາວຽກງານແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຜັນຂະຫຍາຍປະສິດທິຜົນບັນດາເນື້ອໃນຮ່ວມມືທີ່ໄດ້ເຫັນດີເປັນເອກະພາບໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ເຊິ່ງສອງຝ່າຍຫາກໍ່ລົງນາມ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນປະສົບການທາງດ້ານວິຊາການໃນບັນດາຂົງເຂດທີ່ສອງຝ່າຍຕ່າງມີຄວາມສົນໃຈ.
ສ່ວນທ່ານນາງ ສີໃສ ລືເດດມູນສອນ ປາດຖະໜາວ່າ ບັນດາການນຳຂັ້ນສູງ ຫວຽດນາມ, ພິເສດແມ່ນທ່ານນາຍົກລັດຖະມົນຕີ ເລມິງຮຶງ ຈະສືບຕໍ່ໃຫ້ຄວາມເອົາໃຈໃສ່ສະໜັບສະໜູນ, ຊີ້ນຳເພື່ອໃຫ້ການພົວພັນຮ່ວມມືທຽບເທົ່າລະຫວ່າງຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດ ລາວ ກັບບັນດາອົງການຄູ່ຮ່ວມມືຂອງ ຫວຽດນາມ ບັນລຸໄດ້ໝາກຜົນສູງສຸດ, ໂດຍສະເພາະແມ່ນໃນວຽກງານກໍ່ສ້າງພັກ, ບຳລຸງສ້າງພະນັກງານ; ຈັດຕັ້ງກົງຈັກລັດ; ຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ; ການຄຸ້ມຄອງພະນັກງານ, ລັດຖະກອນ, ພາລະກອນ; ສ້າງ ແລະ ປັບປຸງລະບອບລະບຽບການໃຫ້ສົມບູນແບບ; ປະຕິຮູບການບໍລິຫານ.