ກອງປະຊຸມສູນກາງພັກຄັ້ງທີ 3 ໄດ້ເປັນເອກະພາບສູງຫຼາຍເນື້ອໃນ, ຕັດສິນຫຼາຍນະໂຍບາຍໃຫຍ່ກ່ຽວກັບການກໍ່ສ້າງພັກ, ລະບົບການເມືອງ, ການພັດທະນາ ແລະ ປົກປັກຮັກສາປະເທດຊາດ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ກ່າວຄຳເຫັນຊີ້ນຳກອງປະຊຸມ (ພາບ: VNA)
ຕອນເຊົ້າວັນທີ 29 ກໍລະກົດ, ຢູ່ຫ້ອງປະຊຸມ ຢຽນຮົ່ງ, ຫໍສະພາແຫ່ງຊາດ, ທີ່ ຮ່າໂນ້ຍ, ໄດ້ຈັດກອງປະຊຸມທົ່ວປະເທດຄົ້ນຄວ້າ, ຮ່ຳຮຽນ, ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 3 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 14. ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມ. ກອງປະຊຸມໄດ້ເຊື່ອມຕໍ່ທາງໄກກັບຄະນະພັກແຂວງ, ຄະນະພັກນະຄອນ, ອົງຄະນະພັກຂຶ້ນກັບສູນກາງ ແລະ ຂັ້ນຮາກຖານ...
ກອງປະຊຸມໄດ້ຮັບຟັງ 9 ຫົວເລື່ອງ ເຮັດແຈ້ງບັນດາເນື້ອໃນແກ່ນສານ, ຈຸດໃໝ່ ແລະ ບັນດາຄວາມຮຽກຮ້ອງຜັນຂະຫຍາຍການປະຕິບັດບັນດາມະຕິ, ເນື້ອໃນສຳຄັນຂອງກອງປະຊຸມສູນກາງຄັ້ງທີ 3 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 14, ທີ່ຈັດຂຶ້ນໃນລະຫວ່າງວັນທີ 20 – 24 ກໍລະກົດ ຜ່ານມາ.
ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ກອງປະຊຸມສູນກາງພັກຄັ້ງທີ 3 ໄດ້ເປັນເອກະພາບສູງຫຼາຍເນື້ອໃນ, ຕັດສິນຫຼາຍນະໂຍບາຍໃຫຍ່ກ່ຽວກັບການກໍ່ສ້າງພັກ, ລະບົບການເມືອງ, ການພັດທະນາ ແລະ ປົກປັກຮັກສາປະເທດຊາດ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ:
“ສິ່ງທີ່ຕ້ອງມີສະຕິຄວາມຮັບຮູ້ຢ່າງເລິກເຊິ່ງແມ່ນບັນດານະໂຍບາຍຊີ້ຂາດຂອງສູນກາງແມ່ນລະບົບເຊື່ອມຕໍ່, ຕິດພັນ, ພ້ອມກັນມຸ່ງໄປເຖິງການປ່ຽນແປງໃໝ່ວິທີການນຳພາ, ຄຸ້ມຄອງບໍລິຫານ, ພັດທະນາ ແລະ ປົກປັກຮັກສາປະເທດຊາດຢ່າງຄົບຊຸດ. ວຽກງານກໍ່ສ້າງພັກ, ກົງຈັກ ແລະ ຖັນແຖວພະນັກງານຕ້ອງຊ່ວຍຍົກສູງກຳລັງການນຳພາ, ກຳອຳນາດ ແລະ ຄຸນນະພາບການເຄື່ອນໄຫວ; ຮູບແບບພັດທະນາຕ້ອງອີງໃສ່ສະມັດຕະພາບ, ພູມປັນຍາ, ເຕັກໂນໂລຊີ, ນະວັດຕະກຳ ແລະ ມະນຸດ, ຕ້ອງຕິດແທດກັບສະພາບການຕົວຈິງຂຂອງ ຫວຽດນາມ; ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ສະພາບແວດລ້ອມ ຕ້ອງເປັນເຈົ້າການປ້ອງກັນ, ຍົກສູງກຳລັງທົນທານ, ຄວາມສາມາດຮັບມື ແລະ ປົກປັກຮັກສາປະເທດຊາດໄວ້ຢ່າງໝັ້ນຄົງ”.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກໍ່ຮຽກຮ້ອງໃຫ້ຍົກສູງກຳລັງການຈັດຕັ້ງປະຕິບັດ, ຮັບປະກັນບັນດາເງື່ອນໄຂປະຕິບັດຢ່າງຄົບຖ້ວນ ເພື່ອໃຫ້ລະບົບການເມືອງເຄື່ອນໄຫວຢ່າງລຸລ່ວງ, ມີການກະທົບຕອບທີ່ມີປະສິດທິຜົນ; ເພີ່ມທະວີການກວດກາ, ຕິດຕາມ, ແຈ້ງຂໍ້ມູນ, ໂຄສະນາ, ຖືຜົນປະໂຫຍດ ແລະ ຄວາມເພິ່ງພໍໃຈຂອງປະຊາຊົນເປັນໄມ້ຫຼ້າວັດແທກສຸດທ້າຍ.
“ໃນທຸກໂຄງການດຳເນີນງານ, ຕ້ອງຖືມະນຸດເປັນໃຈກາງ, ເປັນເຈົ້າກຳ, ເປົ້າໝາຍ ແລະ ກຳລັງໜູນ. ປະສິດທິຜົນດ້ານເສດຖະກິດຕ້ອງເປັນເອກະພາບກັບປະສິດທິຜົນສັງຄົມ; ການເຕີບໂຕໄປຄຽງຄູ່ພ້ອມກັບຄວາມກ້າວໜ້າ, ຍຸດຕິທຳ, ວັດທະນະທຳ, ສິ່ງແວດລ້ອມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ. ບໍ່ແລກຜົນປະໂຫຍດຍາວນານເພື່ອເອົາຜົນງານສະເພາະໜ້າ. ຄຸນຄ່າຂອງມະຕິຕ້ອງໄດ້ສະແດງອອກຜ່ານຄຸນນະພາບການດຳລົງຊີວິດ, ໂອກາດພັດທະນາ, ຄວາມປອດໄພ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຜາສຸກຂອງປະຊາຊົນ”.