ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ບັນດາບັນຫາສູນກາງໄດ້ຕົກລົງແລ້ວຕ້ອງໄດ້ຫັນເປັນໂຄງການ, ໜ້າທີ່, ຜະລິດຕະພັນ, ໝາກຜົນລະອຽດໃນທັນທີ

ກອງປະຊຸມສູນກາງພັກຄັ້ງທີ 3 ໄດ້ເປັນເອກະພາບສູງຫຼາຍເນື້ອໃນ, ຕັດສິນຫຼາຍນະໂຍບາຍໃຫຍ່ກ່ຽວກັບການກໍ່ສ້າງພັກ, ລະບົບການເມືອງ, ການພັດທະນາ ແລະ ປົກປັກຮັກສາປະເທດຊາດ.
  ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ກ່າວຄຳເຫັນຊີ້ນຳກອງປະຊຸມ (ພາບ​: VNA)  

ຕອນ​ເຊົ້າ​ວັນ​ທີ 29 ກໍ​ລະ​ກົດ, ຢູ່​ຫ້ອງ​ປະ​ຊຸມ ຢຽນ​ຮົ່ງ, ຫໍ​ສະ​ພາ​ແຫ່ງ​ຊາດ, ທີ່ ຮ່າ​ໂນ້ຍ, ໄດ້​ຈັດ​ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​​ຄົ້ນ​ຄວ້າ, ຮ່ຳ​ຮຽນ, ​ເຊື່ອມ​ຊຶມ ແລະ ຜັນ​ຂະ​ຫຍາຍ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 3 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມມ​ູ​ນິດ ຫວຽດ​ນາມ ຊຸດ​ທີ 14. ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ, ທ່ານ ເລ​ມິນ​ຮຶງ, ນາ​ຍົກ​ລັ​ດ​ຖະ​ມົນ​ຕີ, ທ່ານ ເຈິ່ນ​ແທັງ​ເໝີ້ນ, ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ເຂົ້າ​ຮ່ວມກອງ​ປະ​ຊຸມ. ກອງ​ປະ​ຊຸມ​ໄດ້​ເຊື່ອມ​ຕໍ່​ທາງ​ໄກ​ກັບ​ຄະ​ນະ​ພັກ​ແ​ຂວງ, ຄະ​ນ​ະ​ພັກ​ນະ​ຄອນ, ອົງ​ຄະ​ນະ​ພັກ​ຂຶ້ນ​ກັບ​ສູນ​ກາງ ແລະ ຂັ້ນ​ຮາກ​ຖານ...

ກອງ​ປ​ະ​ຊຸມ​ໄດ້​ຮັບ​ຟັງ 9 ຫົວ​ເລື່ອງ ເຮັດ​ແຈ້ງ​ບັນ​ດາ​ເນື້ອ​ໃນ​ແກ່​ນ​ສານ, ຈຸດ​ໃໝ່ ແລະ ບັນ​ດາ​ຄວາມ​ຮຽກ​ຮ້ອງ​ຜັ​ນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​​ບັນ​ດາມະ​ຕິ​, ເນື້ອ​ໃນ​ສຳ​ຄັນ​ຂອງກອງ​ປະ​ຊຸມ​ສູນ​ກາງ​ຄັ້ງ​ທີ 3 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ 14, ທີ່ຈັດ​ຂຶ້ນ​ໃນ​ລະ​ຫວ່າງວັນ​ທີ 20 – 24 ກໍ​ລະ​ກົດ ຜ່ານ​ມາ.

ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ ກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 3 ໄດ້​ເປັນ​ເອ​ກະ​ພາບ​ສູງ​ຫຼາຍ​ເນື້ອ​ໃນ, ຕັດ​ສິນຫຼາຍ​ນະ​ໂຍ​ບາຍ​ໃຫຍ່​ກ່ຽວ​ກັບ​ການກໍ່​ສ້າງ​ພັກ, ລະ​ບົບ​ການ​ເມືອງ, ການ​ພັດ​ທະ​ນາ ແລະ ປົ​ກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ:

“ສິ່ງ​ທີ່​ຕ້ອງ​ມີ​ສະ​ຕິ​ຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ​ແມ່ນ​ບັນ​ດານະ​ໂຍ​ບາຍ​ຊີ້​ຂາດ​ຂອງ​ສູນ​ກາງ​ແມ່ນ​ລະ​ບົບ​ເຊື່ອມ​ຕໍ່, ຕິດ​ພັນ, ພ້ອມ​ກັນ​ມຸ່ງ​ໄປ​ເຖິງ​ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳພາ​, ຄຸ້ມ​ຄອງບໍ​ລິ​ຫານ, ພັດ​ທະ​ນາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດຢ່າງ​ຄົບ​ຊຸດ. ວຽກ​ງານກໍ່​ສ້າງ​ພັກ, ກົງ​ຈັກ ແລະ ຖັນ​ແຖວ​ພະ​ນັກ​ງານ​ຕ້ອງ​ຊ່ວຍ​ຍົກ​ສູງ​ກຳ​ລັງ​ການ​ນຳພາ, ກຳ​ອຳ​ນາດ ແລະ ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ; ຮູບ​ແບບ​ພັດ​ທະ​ນາ​ຕ້ອງ​ອີງ​ໃສ່​ສະ​ມັດ​ຕະ​ພາບ, ພູມ​ປັນ​ຍາ, ເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກຳ ແລະ ມະ​ນຸດ, ຕ​້ອງ​ຕິດ​​ແທ​ດ​ກັບ​ສະ​ພາບ​ການ​ຕົວ​ຈິງ​ຂ​ຂອງ ຫວຽດ​ນາມ; ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ຕ່າງ​ປະ​ເທດ, ສະ​ພາບ​ແວດ​ລ້ອມ​ ຕ້ອງ​ເປັນ​ເຈົ້າ​ການ​ປ້ອງ​ກັນ, ຍົກ​ສູງ​ກຳ​ລັງ​ທົນ​ທານ, ຄວາມ​ສາ​ມາດ​ຮັບ​ມື ແລະ ປົກ​ປັ​ກ​ຮັກ​ສາ​ປະ​ເທດ​ຊາດ​ໄວ້​ຢ່າງ​ໝັ້ນ​ຄົງ”.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກໍ່​ຮຽກ​ຮ້ອງໃຫ້​ຍົກ​ສູງ​ກຳ​ລັງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ, ຮັບ​ປະ​ກັນ​ບັນ​ດາ​ເງື່ອນ​ໄຂ​ປະ​ຕິ​ບັດ​ຢ່າງ​ຄົບ​ຖ້ວນ ເພື່ອ​ໃຫ້​ລະ​ບົບ​ການ​ເມືອງ​ເຄື່ອນ​ໄຫວ​​ຢ່າງ​ລຸ​ລ່​ວງ, ມີ​ການກະ​ທົບ​ຕອບ​​ທີ່ມີ​ປະ​ສິດ​ທິ​ຜົນ; ເພີ່ມ​ທະ​ວີ​ການກວດ​ກາ, ຕິ​ດ​ຕາມ, ​ແຈ້ງຂໍ້​ມູນ, ໂຄ​ສະ​ນາ, ຖື​ຜົນ​ປະ​ໂຫຍດ ແລະ ຄວາມ​ເ​ພິ່ງ​ພໍ​ໃຈ​ຂອງ​ປະ​ຊ​າ​ຊົນ​ເປັນ​ໄມ້​​ຫຼ້າວັດ​ແ​ທກ​ສຸດ​ທ້າຍ.

“ໃນ​ທຸກ​ໂຄງ​ການ​ດຳ​ເນີນ​ງານ, ຕ້ອງ​ຖື​ມະ​ນຸດ​ເປັນ​ໃຈ​ກາງ, ເປັນ​ເຈົ້າ​ກຳ, ເປົ້າ​ໝາຍ ແລະ ກຳ​ລັງ​ໜູນ. ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ​ຕ້ອງ​ເປັນ​ເອ​ກະ​ພາບ​ກັບ​ປະ​ສິດ​ທິ​ຜົນ​ສັງ​ຄົມ; ການ​ເຕີບ​ໂຕ​ໄປ​​ຄ​ຽງ​ຄູ່ພ້ອມ​ກັບ​ຄວາມ​ກ້າວ​ໜ້າ, ຍຸດ​ຕິ​ທຳ, ວັດ​ທະ​ນະ​ທຳ, ສິ່ງ​ແວດ​ລ້ອມ, ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ. ບໍ່​ແລກ​ຜົນ​ປະ​ໂຫຍດ​ຍາວ​ນານ​ເພື່ອ​ເອົາ​ຜົນ​ງານສະ​ເພາະໜ້າ. ຄຸນ​ຄ່າ​ຂອງ​ມະ​ຕິ​ຕ້ອງ​ໄດ້​ສະ​ແດງ​ອອກ​ຜ່ານ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ, ໂອ​ກາດ​ພັດ​ທະ​ນາ, ຄວາມ​ປອດ​ໄພ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ”.


top