• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໜູນຊ່ວຍແຮງງານຫວຽດນາມ ຢູ່ ຍີ່ປຸ່ນ ທີ່ຕ້ອງພັການ ຫຼື ຖືກຕັດຕອນໃນການວຽກເຮັດ ຍ້ອນໂລກລະບາດໂຄວິດ - 19

ປັດຈຸບັນ, ຫວຽດນາມມີ ແຮງງານ, ນັກສຶກສາຝຶກງານ ກວ່າ 235 ພັນຄົນ ພວມເຮັດວຽກຢູ່ໂຮງຈັກ, ໂຮງງານແຫ່ງຕ່າງໆໃນ 47 ແຂວງ, ນະຄອນທັງໝົດຂອງ ຍີ່ປຸ່ນ.

(ພາບປະກອບ: vov.vn)
               ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ - 19, ມີໂຮງຈັກໂຮງງານ, ບໍລິສັດຫຼາຍແຫ່ງຂອງ ຍີ່ປຸ່ນ ທີ່ໄດ້ຮັບແຮງງານຕ່າງປະເທດເຂົ້າເຮັດວຽກ ຕ້ອງຫຼຸດຜ່ອນ ຫຼື ຢຸດການຜະລິດ ອັນໄດ້ເຮັດໃຫ້ນັກສຶກສາຝຶກງານ, ແຮງງານຕ່າງປະເທດ ຕ້ອງພັກການ ແລະ ວຽກງານຖືກຕັດຕອນ. ເພື່ອຊ່ວຍເຫຼືອບຸກຄົນດັ່ງກ່າວ, ຫວ່າງມໍ່ໆມານີ້, ກະຊວງຍຸຕິທໍາ ຍີ່ປຸ່ນ ໄດ້ປະກາດນະໂຍບາຍຊ່ວຍເຫຼືອນັກສຶກສາຝຶກງານ ແລະ ແຮງງານ ຕ່າງປະເທດທີ່ຖືກວ່າງງານ ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ - 19. ທ່ານນາງ ເຈິ່ນທິເວິນຮ່າ, ຫົວໜ້າພະແນກຖະແຫຼງຂ່າວ ແລະ ສື່ສານ, ກົມຄຸ້ມຄອງແຮງງານຕ່າງປະເທດ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ:
        “ຝ່າຍຍີ່ປຸ່ນ ໄດ້ຜັນຂະຫຍາຍນະໂຍບາຍ ສັບຊ້ອນວຽກເຮັດງານທໍາໃໝ່. ສໍາລັບແຮງງານທີ່ຖືກຢຸດຕິສັນຍາເຮັດວຽກໃນໄລຍະນີ້ ຈະໄດ້ຮັບການສັບຊ້ອນໄປເຮັດວຽກອື່ນແທນ ໃນໄລຍະເວລາບໍ່ເກີນ 12 ເດືອນ, ສະນັ້ນ, ນັກສຶກສາຝຶກງານຂອງພວກເຮົາ ແລະ ແຮງງານໃນເປົ້າໝາຍດັ່ງກ່າວ.... ສາມາດຍື່ນໃບຄໍາຮ້ອງເຖິງບັນດາອົງການເຈົ້າໜ້າທີ່ຮັບຜິດຊອບຂອງ ຍີ່ປຸ່ນ ເພື່ອຂໍເຮັດວຽກໃໝ່່”.
 (ແຫຼ່ງຄັດຈາກ VOV)

ຄະ​ນະ​ຜູ້​ແທ​ນ​ຂັ້ນ​ສູງ ລາວ, ກຳ​ປູ​ເຈຍ ຈະ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 50 ປີ ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້

ຄະ​ນະ​ຜູ້​ແທ​ນ​ຂັ້ນ​ສູງ ລາວ, ກຳ​ປູ​ເຈຍ ຈະ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 50 ປີ ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້

ຄະນະຜູ້ແທນຂັ້ນສູງພັກ ແລະ ລັດ ລາວ ໂດຍທ່ານເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ. ລາວ ທອງລຸນ ສີສຸດລິດ ຈະນຳໜ້າຄະນະມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັດປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ ແຕ່ວັນທີ 28 – 30 ເມສາ 2025;

Top