• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໜັງສືພິມຕ່າງປະເທດຮັບຮູ້ຄວາມມານະພະຍາຍາມຂອງຫວຽດນາມໃນການປິ່ວປົວກອບກູ້ຊີວິດຜູ້ຕິດເຊື້ອໂຄວິດ-19 ຊາວອັງກິດ

ໜັງສືພິມຕ່າງປະເທດໄດ້ຮັບຮອງເອົາຄວາມມານະພະຍາຍາມຂອງຫວຽດນາມ ໃນການກອບກູ້ຊີວິດຂອງນັກບິນຊາວອັງກິດ ທີ່ຖືກຕິດເຊື້ອໂຄວິດ- 19 (ຄົນເຈັບທີ 91 ຢູ່ຫວຽດນາມ).


ບັນດາທ່ານໝໍຫວຽດນາມ ພວມຫວັງວ່າ, ການຜ່າຕັດປ່ຽນປອດຈະສາມາດກູ້ເອົາຊີວິດຂອງຄົນເຈັບດັ່ງກ່າວ

(ພາບ: moh.gov.vn)


ມາຮອດຈຸດເວລານີ້, ຫວຽດນາມ ໄດ້ມີ 260/320 ຜູ້ຕິດໂລກລະບາດໂຄວິດ-19 ໄດ້ປະກາດປິ່ນປົວຫາຍດີ ແລະ ໄດ້ອອກໂຮງໝໍແລ້ວ, ບໍ່ມີຜູ້ເສຍຊີວິດ.

        ສຳນັກຂ່າວສານ Reuters (ອັງກິດ) ມີບົດໄຈ້ແຍກຢ່າງເລິກເຊິ່ງ, ກວ້າງຂວາງກ່ຽວກັບວິວັດທະນາການປິ່ນປົວໃຫ້ແກ່ “ຄົນເຈັບ 91”, ໂດຍຂຽນວ່າ: ນັກບິນເພດຊາຍແມ່ນຄົນເຈັບໜັກທີ່ສຸດຢູ່ຫວຽດນາມ, ເຊິ່ງລັດຖະບານຫວຽດນາມ ພວມປິ່ນປົວໂດຍບໍ່ຄິດຄ່າ. ບົດຂຽນໄດ້ຢ້ຳຄືນອີກຄັ້ງໜຶ່ງວ່າ, ຫວຽດນາມ ໄດ້ເຮັດຈົນສຸດຄວາມສາມາດເພື່ອກອບກູ້ເອົາຊີວິດໃຫ້ແກ່ນັກບິນອາຍຸ 43 ປີຄົນນີ້.

        ວິທະຍຸກະຈາຍສຽງແຫ່ງຊາດອາເມລິກາ (NPR) ໄດ້ຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນວຽກງານຕໍ່ສູ້, ຕ້ານໂລກລະບາດໂຄວິດ- 19. ວິທະຍຸ NPR ກໍ່ເຕື້ອງເຖິງເລື່ອງ, ຊາວຫວຽດນາມ ໄດ້ບໍລິຈາກປອດໂດຍສະໝັກໃຈໃຫ້ແກ່ຊາວອັງກິດ. ບັນດາທ່ານໝໍຢູ່ນະຄອນໂຮ່ຈີມິນ ພວມມານະພະຍາຍາມທີ່ສຸດເພື່ອກອບກູ້ເອົາຊີວິດຂອງນັກບິນຊາວອັງກິດ ຄົນນີ້.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top