• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄວໜຸ່ມແຂວງ ບັກນິງ ແລະ ຂະບວນການບໍ່ນຳໃຊ້ຂີ້ເຫຍື້ອຢາງປຼາດສະຕິກ

      ປັດຈຸບັນ, ບັນດາຜະລິດຕະພັນຖົງຢາງນີລົງ ແລະ ຜະລິດຕະພັນຫຸ້ມຫໍ່ດ້ວຍຢາງປຼາດສະຕິກແມ່ນບັນດາເຄື່ອງໃຊ້ທົ່ວໄປໃນຊີວິດປະຈຳວັນຂອງປະຊາຊົນ, ອັນໄດ້ກໍ່ຜົນຮ້າຍຕໍ່ສິ່ງແວດລ້ອມ. ຫວ່າງແລ້ວນີ້, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ສົມທົບກັບຄະນະຊາວໜຸ່ມແຂວງ ບັກນິງ ຈັດຕັ້ງການສະເໜີຕົວຮູບແບບ ອາພັດເມັນຈຳກັດຂີ້ເຫຍື້ອຢາງປຼາດສະຕິກ”. 
            ເຖິງວ່າຫາກໍ່ໄດ້ຮັບການຜັນຂະຫຍາຍມາເປັນເວລາເກືອບ 1 ເດືອນກໍ່ຕາມ, ແຕ່ຮູບແບບດັ່ງກ່າວ ໄດ້ເຮັດໃຫ້ສະຕິຂອງປະຊາຊົນປຽນແປງໄປເທື່ອລະກ້າວ, ອັນໄດ້ປະກອບສ່ວນບໍ່ໜ້ອຍເຂົ້າໃນວຽກງານປົກປັກຮັກສາສິ່ງແວດລ້ອມ. ບົດຂຽນຂອງນັກຂ່າວ VOV.

ປ້າ ຫງວຽນທິເມີ (ພາບ: ອິນເຕີແນັດ)
      ກ່ອນນີ້, ຄອບຄົວປ້າ ຫງວຽນທິເມີ ຢູ່ອາພັກເມັນ ກ໊າດເຕື່ອງ, ເຂດ ຮ່ວາດີ່ງ, ຕາແສງ ຫວໍເກື່ອງ, ນະຄອນ ບັກນິງ, ແຂວງ ບັກນິງ ມີຄວາມຊິນເຄີຍນຳໃຊ້ຖົງຢາງນີລົງເມື່ອໄປຕະຫລາດ. ປ້ານຳໃຊ້ຖົງຢາງນີລົງເພື່ອໃສ່ອາຫານແນວລະຖົງ. ບາງຄັ້ງບາງຄາວໄປຕະຫລາດ, ປ້າໃສ່ຖົງນີລົງໃຫຍ່, ນ້ອຍນັບສິບອັນ. ໄປຄຽງຄູ່ກັນນັ້ນ, ຍ້ອນບໍ່ຮູ້ຈັກເຖິງຜົນປະໂຫຍດຂອງການຈັດແບ່ງປະເພດຂີ້ເຫຍື້ອໃນເບື້ອງຕົ້ນ, ສະນັ້ນ ເມື່ອປຸງແຕ່ງອາຫານ, ປ້າເຄີຍຖິ້ມຮາກຜັກ, ເສດອາຫານ, ແກ້ວ, ຕຸກຢາງໃສ່ຖັງຂີ້ເຫຍື້ອ, ພ້ອມກັບຖົງນີລົງເປື້ອນຊະນິດຕ່າງໆ. ສະນັ້ນ, ແຕ່ລະມື້, ຄອບຄົວປ້າໄດ້ຖອກຂີ້ເຫຍື້ອຫລາຍຢ່າງອອກສູ່ສິ່ງແວດລ້ອມ ລວມມີຫລາຍຖົງຢາງນີລົງ. ເຖິງຢ່າງໃດກໍ່ຕາມ, ພາຍຫລັງໄດ້ຮັບການໂຄສະນາກ່ຽວກັບຜົນຮ້າຍ, ໄພອັນຕະລາຍກໍ່ມົນລະພິດສິ່ງແວດລ້ອມຈາກຂີ້ເຫຍື້ອຢາງປຼາດສະຕິກນັ້ນ, ປ້າເລີ່ມຕົ້ນປ່ຽນແປງຄວາມຊິນເຄີຍຂອງຕົນໃນແຕ່ລະວັນ. ປ້າເມີ ໃຫ້ຮູ້ວ່າ: ທຳອິດເມື່ອນຳໃຊ້ຖົງແພ ໂດຍຊາວໜຸ່ມໃນເມືອງແຈກຢາຍໃຫ້, ປ້າເຫັນວ່າບໍ່ສະດວກປານໃດ, ເປັນຕົ້ນແມ່ນເລື່ອງທັງຮັບປະກັນໃຫ້ອາຫານສະອາດ ທັງໃສ່ເຄື່ອງໄດ້ຫລາຍຢ່າງ. ເຖິງຢ່າງໃດກໍ່ຕາມ, ພາຍຫລັງນຳໃຊ້ໄດ້ 1 ອາທິດແລ້ວ, ປ້າຄ່ອຍໆມີຄວາມຊິນເຄີຍຕໍ່ແບບນີ້ແລ້ວ. ປ້າ ຫງວຽນທິເມີ ແບ່ງປັນວ່າ:
ກ່ອນນີ້, ຂ້າພະເຈົ້າເຄີຍປະຖິ້ມຂີ້ເຫຍື້ອຫຼາຍແນວສັບປົນກັນ. ພາຍຫລັງໄດ້ຮັບການໂຄສະນາ, ແນະນຳ, ຂ້າພະເຈົ້າໄດ້ຈັດແບ່ງປະເພດຂີ້ເຫຍື້ອກ່ອນທີ່ຈະເອົາໄປຖິ້ມ. ຂ້າພະເຈົ້າເຫັນວ່າ ໂຄງການນີ້ມີຄວາມສະດວກດີທີ່ສຸດ ແລະ ສະອາດ. ຄອບຄົວໃດກໍ່ເຮັດຄືແນວນັ້ນ ຈະດີທີ່ສຸດຕໍ່ສິ່ງແວດລ້ອມ.
ຄືກັນກັບຄອບຄົວປ້າ ເມີ, ຄອບຄົວປ້າ ຢ໊າບທິເຟືອງ, ປັດຈຸບັນຢູ່ອາພັດເມັນ ກ໊າດເຕື່ອງ, ນະຄອນ ບັກນິງ ກໍ່ແມ່ນໜຶ່ງໃນບັນດາຄອບຄົວໄດ້ຕອບສະໜອງຂະບວນການ “ອາພັດເມັນຈຳກັດຂີ້ເຫຍື້ອຢາງປຼາດສະຕິກ” ໂດຍຄະນະຊາວໜຸ່ມແຂວງປຸກລະດົມຢ່າງສຸດໃຈ. ຕາມປ້າ ເຟືອງ ແລ້ວ, ນັບແຕ່ມື້ໄດ້ຮັບການແນະນຳໂຄສະນາ, ປ້າໄດ້ນຳໃຊ້ກະຕ່າໄປຕະຫລາດ ແທນທີ່ໃຊ້ຖົງຢາງນີລົງເພື່ອໃສ່ເຄື່ອງ. ປ້າ ເຟືອງ ໃຫ້ຮູ້ວ່າ:
ຂ້າພະເຈົ້າໄດ້ຈັດແບ່ງປະເພດຂີ້ເຫຍື້ອກ່ອນທີ່ຈະເອົາໄປຖິ້ມ ເພື່ອໃຫ້ລູກຫຼານປະຕິບັດຕາມ. ເມື່ອໄປບ່ອນສາທາລະນະ, ພວກຫຼານມີສະຕິຄືແນວນັ້ນ ຈຶ່ງສາມາດຮັກສາຫຼັກອະນາໄມສິ່ງແວດລ້ອມໄດ້.
ບໍ່ພຽງແຕ່ປົກປັກຮັກສາສິ່ງແວດລ້ອມໃຫ້ຄອບຄົວຂອງຕົນເທົ່ານັ້ນ, ປ້າ ເຟືອງ ຍັງເປັນເຈົ້າການແນະນຳໂຄສະນາໃຫ້ຜູ້ອື່ນໃນເຂດຊຸມຊົນ ພ້ອມກັນມີການກະທຳ ເພື່ອຮັກສາສະພາບແວດລ້ອມແຫ່ງຊີວິດຂຽວ, ສະອາດ, ສວຍງາມ.
ເມື່ອແບ່ງປັນກ່ຽວກັບແນວຄວາມຄິດທີ່ເລືອກເອົາອາພັດເມັນ ກ໊າດເຕື່ອງ ເປັນບ່ອນທົດລອງຜັນຂະຫຍາຍຮູບແບບດັ່ງກ່າວ, ອ້າຍ ຕະຊວັນຢຸງ, ເລຂາຄະນະຊາວໜຸ່ມຕາແສງ ຫວໍເກືອງ, ນະຄອນ ບັກນິງ, ແຂວງ ບັກນິງ ໃຫ້ຮູ້ວ່າ: ຜ່ານການຊອກຮູ້, ຊາວໜຸ່ມໃນຕາແສງຮັບຮູ້ວ່າ ອາພັດເມັນ ກ໊າດເຕື່ອງ ດຶງດູດປະຊາຊົນມາຢູ່ເປັນຈຳນວນຫລວງຫລາຍ ດ້ວຍຈຳນວນນັບພັນຄອບຄົວ ມື້ໜຶ່ງຖອກຂີ້ເຫຍື້ອອອກສູ່ສິ່ງແວດລ້ອມນັບພັນໂຕນ. ພາຍຫລັງເຮັດວຽກກັບຄະນະຄຸ້ມຄອງອາພັດເມັນແລ້ວ, ຄະນະຊາວໜຸ່ມໄດ້ຈັດສົ່ງບັນດາສະມາຊິກຊາວໜຸ່ມ, ໄວໜຸ່ມໄປຮອດບັນດາຄອບຄົວຢູ່ອາພັດເມັນ ເພື່ອໂຄສະນາຜົນຮ້າຍຂອງການນຳໃຊ້ຖົງຢາງນີລົງ, ຂີ້ເຫຍື້ອຢ່າງປຼາດສະຕິກ. ພ້ອມທັງ, ແນະນຳໃຫ້ປະຊາຊົນຈັດແບ່ງປະເທດຂີ້ເຫຍື້ອກ່ອນທີ່ຈະເອົາໄປຖິ້ມ. ອ້າຍ ຢຸງໃຫ້ຮູ້ວ່າ:
ພາຍຫລັງໄດ້ຮັບການແນະນຳໂຄສະນາແລ້ວ, ບັນດາຄອບຄົວມີຄວາມເຫັນດີເຫັນພ້ອມ, ສະໜັບສະໜູນທີ່ສຸດ ຍ້ອນວ່າ ນີ້ແມ່ນວຽກງານທີ່ມີຄວາມໝາຍ, ເພີ່ມທະວີຄູນອອກສູ່ທົ່ວທຸກບ່ອນ. ພາຍຫລັງຖືກຜັນຂະຫຍາຍເປັນໄລຍະໜຶ່ງ, ຂ້າພະເຈົ້າເຫັນວ່າ ມີປະສິດທິຜົນສູງທີ່ສຸດ, ຄະນະຊາວໜຸ່ມຕາແສງ ພວມສ້າງແຜນການຈະສືບຕໍ່ຜັນຂະຫຍາຍຮູບແບບນີ້ ອອກສູ່ເຂດຊຸມຊົນອື່ນໆ.
ຈາກການຜັນຂະຫຍາຍທົດລອງຮູບແບບ “ອາພັດເມັນຈຳກັດຂີ້ເຫຍື້ອຢາງ   ປຼາດສະຕິກ” ຢູ່ອາພັດເມັນ ກ໊າດເຕື່ອງນັ້ນ, ຄະນະຊາວໜຸ່ມແຂວງ ບັກນິງ ຈະສືບຕໍ່ຜັນຂະຫຍາຍຢ່າງກ້ວາງຂວາງເຖິງບັນດາອາພັດເມັນອື່ນ ແລະ ແຜ່ກະຈາຍອອກສູ່ບັນດາຕະຫລາດ, ຖະໜົນຫົນທາງແຕ່ລະສາຍ, ແຕ່ລະຮ່ອມບ້ານ, ຂົນຂວາຍຊາວໜຸ່ມ ແລະ ປະຊາຊົນທຸກຄົນ ຈົ່ງຈັດແບ່ງປະເພດຂີ້ເຫຍື້ອ, ຈຳກັດການນຳໃຊ້ເຄື່ອງປຼາດສະຕິກ. ໃນໄລຍະຈະມາເຖິງ, ຄະນະຊາວໜຸ່ມຈະຍູ້ແຮງຂະບວນການ “ວັນເສົາອາສາສະໝັກ” ແລະ “ວັນອາທິດຂຽວ” ເພື່ອຈຳກັດຂີ້ເຫຍື້ອ, ຂີ້ເຫຍື້ອຢາງປຼາດສະຕິກຢູ່ບັນດາເສັ້ນທາງໃນທົ່ວແຂວງ, ກໍ່ສ້າງແຂວງ ບັກນິງ ນັບມື້ນັບຂຽວ, ສະອາດ, ສວຍງາມ ສົມກັບເປັນນະຄອນເປັນໜ້າມາດຳລົງຊີວິດ./.
 (ແຫຼ່ງຄັດຈາກ VOV)
 

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top