• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄທ ​ກວດ​ກາວ​ຽກ​ງານ​ຮັບ​ປະ​ກັນ​ຄວາມ​ປ​ອດ​ໄພ​ໃຫ້​ແກ່ກອງ​ປະ​ຊຸມ ອາ​ຊຽນ

ບັນດາອົງການທີ່ກ່ຽວຂ້ອງໄດ້ຮັບການຊີ້ນຳວ່າ ຕ້ອງລະມັດລະວັງຕໍ່ບັນດາສະພາບການ ແລະ ຮັບປະກັນບັນດາມາດຕະການປ້ອງກັນຄວາມປອດໄພເຊິ່ງຈະໄດ້ປະຕິບັດຢ່າງເໝາະສົມກັບບັນດາມາດຕະຖານສາກົນ. 

ທ່ານ ປຣາວິດ ວົງສຸວັນ ຮອງນາຍົກລັດຖະມົນຕີປະເທດໄທ (ພາບ: Bangkok Post)

ວັນທີ 22 ຕຸລາ, ທ່ານພົນຕີ ຄົງຈິບ ຕັນຕະວານິດ ໂຄສົກກະຊວງປ້ອງກັນປະເທດໄທໃຫ້ຮູ້ວ່າ ທ່ານ ປຣາວິດ ວົງສຸວັນ ຮອງນາຍົກລັດຖະມົນຕີປະເທດໄທ ໄດ້ຊີ້ນຳການກວດກາວຽກງານປ້ອງກັນຄວາມປອດໄພຢ່າງຮອບດ້ານເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໃນຕົ້ນເດືອນໜ້າ. ຕາມທ່ານ ຄົງຈິບ ຕັນຕະວານິດ ແລ້ວ, ທ່ານຮອງນາຍົກລັດຖະມົນຕີໄທ ໄດ້ອອກຄຳສັ່ງໃຫ້ແກ່ບັນດາອົງການທີ່ກ່ຽວຂ້ອງກວດກາໃໝ່ບັນດາແຜນການຮັກສາຄວາມປອດໄພ ແລະ ຄວາມສາມາດກຽມພ້ອມທີ່ຈະຜັນຂະຫຍາຍບັນດາແຜນການນີ້ ພາຍໃນ 3 ວັນດຳເນີນກອງປະຊຸມດັ່ງກ່າວ, ເລີ່ມແຕ່ວັນທີ 2 ພະຈິກຈະມາເຖິງ. ບັນດາອົງການທີ່ກ່ຽວຂ້ອງໄດ້ຮັບການຊີ້ນຳວ່າ ຕ້ອງລະມັດລະວັງຕໍ່ບັນດາສະພາບການ ແລະ ຮັບປະກັນບັນດາມາດຕະການປ້ອງກັນຄວາມປອດໄພເຊິ່ງຈະໄດ້ປະຕິບັດຢ່າງເໝາະສົມກັບບັນດາມາດຕະຖານສາກົນ. ທ່ານພົນຕີຄົງຈິບ ຕັນຕະວານິດ ໄດ້ປະກາດວ່າບັນດາບັ້ນຮົບລາຊະການລັບຈະໄດ້ເພີ່ມທະວີເພື່ອແນໃສ່ເປົ້າໝາຍສະກັດກັ້ນໃນບໍ່ວ່າກໍລະນີໃດສາມາດເຮັດໃຫ້ ບັນດາກອງປະຊຸມຈະມາເຖິງຖືກໂຈະໄວ້.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top