• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄທ ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢູ່​ເຂດ​ຊາຍ​ແດນ​ຕິດ​ກັບ ກຳ​ປູ​ເຈຍ

ວັນທີ 7 ມິຖຸນາ, ນາຍພົນ Winthai Suvaree, ໂຄສົກກອງທັບ ໄທ ໃຫ້ຮູ້ວ່າ ກອງທັບປະເທດນີ້ໄດ້ປະກາດໃຊ້ແຜນການຄວບຄຸມຄວາມສະຫງົບຊາຍແດນຕາມ 4 ອັນດັບ ໂດຍໄດ້ໝູນໃຊ້ສຳລັບສະພາບການຜັນແປຕົວຈິງ.
(ພາບປະກອບ: ຄ້າຍຄວບຄຸມຊາຍແດນ Sa Kaeo)

ຕາມນັ້ນແລ້ວ, ອັນດັບທີ 1 ແມ່ນຈຳກັດການໄປມາ, ບັນດາຄ້າຍຄວບຄຸມໂດຍພື້ນຖານແມ່ນຍັງເຄື່ອນໄຫວເປັນປົກກະຕິ ຮັບໃຊ້ການເຄື່ອນໄຫວຈຳເປັນ, ເຊັ່ນ: ການຄ້າ, ການຂົນສົ່ງ ແລະ ອອກແຮງງານ. ເຖິງຢ່າງໃດກໍຕາມ, ຜູ້ໄປມາຢູ່ເຂດຊາຍແດນທີ່ບໍ່ຮັບໃຊ້ຈຸດປະສົງດັ່ງກ່າວຈະຖືກກວດກາຢ່າງເຂັ້ມງວດກວ່າ. ອັນດັບທີ 2 ແມ່ນຫຼຸດຜ່ອນເວລາເປີດປະຕູ, ຕາມນັ້ນແລ້ວ ປະຊາຊົນຈະໄດ້ໄປມາເຂດຊາຍແດນໃນໄລຍະເວລາທີ່ໄດ້ກຳນົດລະອຽດ, ອາດຈະຫຼຸດເວລາລົງເມື່ອທຽບໃສ່ປົກກະຕິ. ອັນດັບທີ 3 ແມ່ນປິດປະຕູຊົ່ວຄາວ ແລະ ອັນດັບທີ 4 ແມ່ນປິດປະຕູຊາຍແດນແບບຖາວອນໃນກໍລະນີທ່ານການປະທະກັນເກີດຂຶ້ນຢ່າງຮ້າຍແຮງ. ປັດຈຸບັນ, ໄທ ມີ 18 ຄ້າຍຄວບຄຸມຊາຍແດນຕິດກັບ ກຳປູເຈຍ.

 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top