• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄທ: ພັກປະຊາທິປັດຮຽກຮ້ອງໃຫ້ປັບປຸງລັດຖະທຳມະນູນສະບັບຊົ່ວຄາວ

ປະທານກຳມາທິການຮຽບຮຽງລັດຖະທຳມະນູນໄທ
(ພາບ: Reuters)
      ວັນ​ທີ 22/2, ພັກ​ປະຊາທິປັດ​ຂອງ ​ໄທ ​ໄດ້​ຮຽກ​ຮ້ອງ​​ໃຫ້ປັບປຸງ​ລັດຖະທຳ​ມະນູນສະບັບ​ຊົ່ວຄາວ​ຂອງ​ປະ​ເທດ​ນີ້​ເພື່ອ​​ເຮັ​ດ​ໃຫ້​ເນື້ອ​ໃນ​ກ່ຽວ​ກັບ​ການ​ລົງ​ປະຊາ​ມະຕິ​ກ່ຽວຂ້ອງ​ເຖິງ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ໃໝ່​ທີ່​ພວມ​ກໍ່​ການ​ໂຕ້​ຖຽງ​ກັນຈະ​ແຈ້ງ​ກ່ວາ. ​ໂຄສົກ​ຂອງ​ພັກ​ປະຊາທິປັດ, ທ່ານ ຣາ​​ເມດ ຣັດຕະນະ​ເຈ​ວົງ ຖື​ວ່າ, ຄຳ​ຮຽກຮ້ອງ​ລະອຽດ​ຂອງ​ພັກ​ນີ້, ນັ້ນ​ແມ່ນ​ລັດຖະທຳ​ມະນູນ​ສະບັບ​ຊົ່ວ​ຄາວ​ຕ້ອງ​ໄດ້​ຮັບ​ການ​ປັບປຸງ​ໃນ​ກໍລະນີ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​​ໃໝ່​ບໍ່​ສາມາດຜ່ານ​ຜ່າ​ການ​ລົງ​ປະຊາ​ມະຕິ​ໄດ້. ລັດຖະບານ​ຕ້ອງ​ຊີ້​ແຈ້ງ​​ເຖິງການ​ເລືອກ​ເຟັ້ນຕໍ່​ໄປ​ຂອງ​ຕົນ​ເພື່ອ​ໃຫ້​ມະຫາຊົນ​ໄດ້​ຮັບ​ຂໍ້​ມູນ​ຂ່າວ​ນີ້​ກ່ອນ​ທີ່​ຈະຕັດສິນ​​ປ່ອນ​ບັດ​ໃນ​ການ​ລົງ​ປະຊາ​ມະຕິ. ພັກ​ປະຊາ​ທິປັດ​ຂອງ ​ໄທ ກໍສະ​ເໜີ​ໃຫ້​ກຳມາ​ທິການ​ຮຽບຮຽງ​ລັດຖະທຳ​ມະນູນ ຈົ່ງນຳ​​ເຂົ້າຮ່າ​ງລັດຖະທຳ​ມະນູນບັນດາ​ກົນ​ໄກ​ເພື່ອ​ມອບສິດ​ໃຫ້​​ມະຫາຊົນ​ໃນ​ບັນຫາ​ຕ້ານ​ການ​ສໍ​້ລາດ​ບັງ​ຫຼວງ. ຮ່າງ​ລັດຖະທຳ​ມະນູນຕ້ອງ​ມີ​ຫຼັກການ ​ແລະ ກົນ​ໄກ​ເພື່ອ​ແນ​ໃສ່​ສະກັດ​ກັ້ນ​ການ​ແຊກ​ແຊງ​ເຂົ້າ​ລະບົບ​ຕຸລາການ​ຈາກ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ​ເພື່ອ​ຮັບປະກັນ​ການ​ສະ​ກັດ​ກັ້ນ​ການ​ສໍ້​ລາດ​ບັງ​ຫຼວງ​ຢູ່​ທຸກ​ຂັ້ນ.
​(​ແຫຼ່ງຄັດ​ຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top