• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຊຊະນະວັນທີ 30 ເມສາ ຂອງຫວຽດນາມ ມີຄວາມໝາຍອັນຍິ່ງໃຫຍ່ສຳລັບການປະຕິວັດລາວ

      ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ຖືວ່າ, ນີ້ແມ່ນໄຊຊະນະກ້ອງກັງວານໄປທົ່ວໂລກ, ແມ່ນໄຊຊະນະຂອງການຊີ້ນຳອັນສະຫຼາດສະຫຼຽວ ແລະ ສະຫຼາດສ່ອງໄສຂອງພັກກອມມູນິດຫວຽດນາມ

(ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ)
      ຕອນເຊົ້າວັນທີ 28 ເມສາ, ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສປປ.ລາວ ປະຈຳຫວຽດນາມ ແສງເພັດ ຮຸ່ງບຸນຍວງ ໄດ້ຕອບສຳພາດຕໍ່ນັກຂ່າວ VOV ກ່ຽວກັບຄວາມໝາຍຂອງໄຊຊະນະປະຫວັດສາດວັນທີ 30 ເມສາ ທີ່ມີຕໍ່ການປະຕິວັດລາວ, ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2020).
        ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ຖືວ່າ, ນີ້ແມ່ນໄຊຊະນະກ້ອງກັງວານໄປທົ່ວໂລກ, ແມ່ນໄຊຊະນະຂອງການຊີ້ນຳອັນສະຫຼາດສະຫຼຽວ ແລະ ສະຫຼາດສ່ອງໄສຂອງພັກກອມມູນິດຫວຽດນາມ, ຄວາມສາມັກຄີເປັນຈິດໜຶ່ງໃນດຽວກັນຂອງປະຊາຊົນຫວຽດນາມ ວິລະຊົນ. ພາຍຫຼັງການຕໍ່ສູ້ເປັນຫຼາຍສີບປີ, ກອງທັບ ແລະ ປະຊາຊົນຫວຽດນາມ ມີຄວາມເຂັ້ມແຂງຂຶ້ນ, ຍິ່ງຕີທັງຍິ່ງຮັບໄຊຊະນະ, ກ້າວໄປເຖິງການໂຄ່ນລົ້ມລະບອບຫຸ່ນ ໄຊງ່ອນ ແລະ ຍາດເອົາອຳນາດການປົກຄອງຄືນໃໝ່, ທ້ອນໂຮມປະເທດຊາດເປັນເອກະພາບໃນວັນທີ 30 ເມສາ 1975. ໄຊຊະນະປະຫວັດສາດດັ່ງກ່າວແມ່ນມີຄວາມໝາຍອັນໃຫຍ່ຫຼວງທີ່ມີຕໍ່ການປະຕິວັດລາວ. 
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top