• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ Festival ນິງ​ບິ່ງ​ຄັ້ງ​ທີ III ປີ 2024

ພິທີໄຂ Festival ນິງບິ່ງຄັ້ງທີ III ປີ 2024 ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນຄ່ຳວັນທີ 24 ພະຈິກ, ຢູ່ສະໜາມຫຼວງ ດິງຕຽນຮ່ວາງ, ນະຄອນນິງບິ່ງ.
ພິທີໄຂ Festival ນິງບິ່ງຄັ້ງທີ III ປີ 2024 (ພາບ: baoninhbinh.org.vn)

ດ້ວຍຫົວຂໍ້ “ເມື່ອງເກົ່າສະໄໝຈະເລີນຮຸ່ງເຮືອງ” ລາຍການໄຂງານໄດ້ວາດພາບເລື່ອງລາວປະຫວັດສາດທີ່ມີຊີວິດຊີວາ ຜ່ານຮູບເງົາປະຫວັດສາດ ໄດ້ສ້າງຂຶ້ນຢ່າງມີແບບມີແຜນ, ລະອຽດລະອໍ. ຈຸດພົ້ນເດັ່ນຂອງພິທີໄຂ Festival ນິງບິ່ງ ຄັ້ງທີ IIIແມ່ນເວທີເຄື່ອນໄຫວກົນລະສາດແບບພິເສດທີ່ບໍ່ເຄີຍມີມາກ່ອນຢູ່ ຫວຽດນາມ, ດ້ວຍເຄື່ອງສາຍຮູບເງົາ 3D mapping 21 ຢ່າງ. ທ່ານ ຟ້າມກວາງງອກ,ປະທານຄະນະກຳມະການປະຊາຊົນແຂວງ ນິງບິ່ງ ໃຫ້ຮູ້ວ່າ:

Festival ປີນີ້ ແມ່ນການຢັ້ງຢືນຄວາມຕັດສິນໃຈ, ມານະພະຍາຍາມຂອງແຂວງ ນິງບິ່ງ ໃນການພັດທະນາອຸດສາຫະກຳວັດທະນະທຳ, ອຸດສາຫະກຳລະຫຼິ້ນບັນເທິງ, ເສດຖະກິດມໍລະດົກ, ຈັດຕັ້ງບັນດາການເຄື່ອນໄຫວອະນຸລັກຮັກສາ ແລະ ເສີມຂະຫຍາຍຈິດໃຈເມືອງຫຼວງເກົ່າຮວາລື ທີ່ນອນໃນກະແສມໍລະດົກວັດທະນະທຳແຫ່ງຊາດ, ຊຸກຍູ້ການພົບປະແລກປ່ຽນວັດທະນະທຳລະຫວ່າງບັນດາແຂວງ, ນະຄອນພາຍໃນປະເທດ ແລະ ສາກົນ, ສ້າງຜະລິດຕະພັນວັດທະນະທຳທີ່ພົ້ນເດັ່ນ, ດຶງດູດແຂກທ່ອງທ່ຽວ, ສ້າງຄວາມສາມັກຄີສະໜິດຕິດພັນ, ຊຸກຍູ້ສັນຕິພາບ, ການຮ່ວມມື ແລະ ພັດທະນາ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top