• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ສັບ​ປະ​ດາ​ສິນ​ຄ້າ ແລະ ອາ​ຫານ​ການ​ກິນ ຫວຽດ​ນາມ ຢູ່​ລາ​ຊະ​ອານ​າ​ຈັກ​ອັງ​ກິດ

ບໍລິສັດຊາວທ໊າຍເຢືອງ ໄດ້ກາຍເປັນວິສາຫະກິດ ຫວຽດນາມ ແຫ່ງທຳອິດທີ່ມີຮ້ານວາງສະແດງສິນຄ້າຢູ່ອັງກິດພາຍຫຼັງເປີດນຳໃຊ້ຮ້ານວາງສະແດງສິນຄ້າ Nature Queen ຢູ່ຮ້ານສັບພະສິນຄ້າ Longdan Crawley.

ບໍລິສັດຊາວທ໊າຍເຢືອງ ໄດ້ກາຍເປັນວິສາຫະກິດ ຫວຽດນາມ ແຫ່ງທຳອິດທີ່ມີຮ້ານວາງສະແດງສິນຄ້າຢູ່ອັງກິດພາຍຫຼັງເປີດນຳໃຊ້ຮ້ານວາງສະແດງສິນຄ້າ Nature Queen ຢູ່ຮ້ານສັບພະສິນຄ້າ Longdan Crawley.

    

ສິນຄ້າບາງຊະນິດຂອງ ຫວຽດນາມ ໄດ້ວາງສະແດງໃນສັບປະດາສິນຄ້າ (ພາບ: TTXVN)

ວັນທີ 26 ມິຖຸນາ, ໂຄງການ “ສັບປະດາສິນຄ້າ ແລະ ອາຫານການກິນ ຫວຽດນາມ ປະຈຳອັງກິດ ປີ 2022” ໄດ້ໄຂຂຶ້ນຢູ່ຮ້ານສັບພະສິນຄ້າ Longdan ຢູ່ເທດສະບານ Crawlwy, ຫ່າງຈາກນະຄອນຫຼວງ ລອນດອນໄປທາງທິດໃຕ້ ປະມານ 45 ກີໂລແມັດ. ໂດຍໄດ້ດຳເນີນໃນລະຫວ່າງວັນທີ 26 ມິຖຸນາ ຫາ ວັນທີ 3 ກໍລະກົດ, ເຫດການໂດຍຫ້ອງການການຄ້າ - ສະຖານທູດ ຫວຽດນາມ ປະຈຳ ອັງກິດຈັດຕັ້ງດ້ວຍການສົມທົບກັບສະມາຄົມນັກທຸລະກິດ ຫວຽດນາມ ປະຈຳ ອັງກິດ (VBUK) ແລະ ສອງກຸ່ມບໍລິສັດ Longdan ແລະ EUTEK Group.

ໃນສັບປະດາສິນຄ້າ ແລະ ອາຫານການກິນ ຫວຽດນາມ ປະຈຳອັງກິດ, ບັນດາສິລະປະກຳ, ກາເຟ, ໝາກໄມ້ສົດ, ໝາກມ່ວງຫິມະພານ, ເຂົ້າສານຫອຍສນດາວິສາຫະກິດສົ່ງອອກທີ່ມີອິດທິພົນຊື່ສຽງຂອງຫວຽດນາມ ໄດ້ຖືກນຳມາວາງສະແດງຢູ່ ຮ້ານສັບພະສິນຄ້າ Longdan Crawley ແລະ ຕະຫຼາດ ຫວຽດນາມ ຢູ່ນະຄອນ Nottingham. ບໍລິສັດຊາວທ໊າຍເຢືອງ ໄດ້ກາຍເປັນວິສາຫະກິດ ຫວຽດນາມ ແຫ່ງທຳອິດທີ່ມີຮ້ານວາງສະແດງສິນຄ້າຢູ່ອັງກິດພາຍຫຼັງເປີດນຳໃຊ້ຮ້ານວາງສະແດງສິນຄ້າ Nature Queen ຢູ່ຮ້ານສັບພະສິນຄ້າ Longdan Crawley.

(ແຫຼ່ງຄັດຈາກ VOV)

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ເຫດການມີການເຂົ້າຮ່ວມຂອງກ່ວາ 20 ວິສາຫະກິດທີ່ມາຈາກນິວຊີແລນ ໃນຫຼາຍຂົງເຂດຄື: ການອອກແບບ, ກໍ່ສ້າງ, ເຕັກໂນໂລຢີ, ຊອບແວ, ຜະລິດຕະພັນກະເສດ (ໝາກໄມ້), ຜະລິດຕະພັນອາຫານເສີມເພື່ອສຸຂະພາບ, ການລົງທຶນ ແລະ ການບໍລິຫານໂຮງແຮມ, ການສຶກສາ, ການບໍລິການການຄ້ານຳເຂົ້າສົ່ງອອກ…

Top