ເຫດການໄດ້ດຳເນີນແຕ່ວັນທີ 27 ເມສາ ຮອດວັນທີ 3 ພຶດສະພາ, ຢູ່ 12 ເມືອງ, ນະຄອນຂອງແຂວງ ໂດຍສຸມໃສ່ບັນດາການເຄື່ອນໄຫວທ່ອງທ່ຽວ, ລົງພຶດຕິກຳຕົວຈິງ ດ້ານວັດທະນະທຳ, ອາຫານການກິນ, ການທ່ອງທ່ຽວເຂດຊຸມຊົນ. ມີຫຼາຍລາຍການ, ການເຄື່ອນໄຫວດ້ານວັດທະນະທຳທີ່ພົ້ນດັ່ນ, ເຕັມໄປດ້ວຍສີສັນຂອງເຂດພູຜາປ່າໄມ້ ໄຕງວຽນ.
ສັບປະດາຈຸດສຸມ ການທ່ອງທ່ຽວແຂວງ ເລິມດົ່ງຄັ້ງທີ 2 ຍັງມີເຫດການສະແດງດົນຕີຂະໜາດໃຫຍ່ ໂດຍມີການເຂົ້າຮ່ວມຂອງນັກສິລະປິນທີ່ມີຊື່ສຽງຫຼາຍຄົນ ເຊິ່ງແມ່ນ ງານມະໂຫລານດົນຕີສາກົນ 2023 - ຮວາແຊນ Concert ຈະດຳເນີນໃນວັນທີ 2 ພຶດສະພາ ຢູ່ສະໜາມຫຼວງ ເລິມວຽນ.