ຂ່າວສານ

ໄຂ​ສັບ​ປະ​ດາ​ຈຸດ​ສຸມ​ການ​ທ່ອງ​ທ່ຽວ ແຂວງ ເລິມ​ດົງ​ຄັ້ງ​ທີ 2

ສັບປະດາຈຸດສຸມການທ່ອງທ່ຽວ ແຂວງ ເລິມດົງຄັ້ງທີ 2 ໃນປີ 2023 ດ້ວຍ ຫົວຂໍ້ “ເລິມດົງ - ພູພຽງໃຫຍ່ໂຕມະໂຫຖານ” ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 27 ເມສາ, ຢູ່ສະໜາມຫຼວງ ເລິມວຽນ (ນະຄອນດ່າລາດ).
ພາບປະກອບ: TTXVN

ເຫດການໄດ້ດຳເນີນແຕ່ວັນທີ 27 ເມສາ ຮອດວັນທີ 3 ພຶດສະພາ, ຢູ່ 12 ເມືອງ, ນະຄອນຂອງແຂວງ ໂດຍສຸມໃສ່ບັນດາການເຄື່ອນໄຫວທ່ອງທ່ຽວ, ລົງພຶດຕິກຳຕົວຈິງ ດ້ານວັດທະນະທຳ, ອາຫານການກິນ, ການທ່ອງທ່ຽວເຂດຊຸມຊົນ. ມີຫຼາຍລາຍການ, ການເຄື່ອນໄຫວດ້ານວັດທະນະທຳທີ່ພົ້ນດັ່ນ, ເຕັມໄປດ້ວຍສີສັນຂອງເຂດພູຜາປ່າໄມ້ ໄຕງວຽນ.

ສັບປະດາຈຸດສຸມ ການທ່ອງທ່ຽວແຂວງ ເລິມດົ່ງຄັ້ງທີ 2 ຍັງມີເຫດການສະແດງດົນຕີຂະໜາດໃຫຍ່ ໂດຍມີການເຂົ້າຮ່ວມຂອງນັກສິລະປິນທີ່ມີຊື່ສຽງຫຼາຍຄົນ ເຊິ່ງແມ່ນ ງານມະໂຫລານດົນຕີສາກົນ 2023 - ຮວາແຊນ Concert ຈະດຳເນີນໃນວັນທີ 2 ພຶດສະພາ ຢູ່ສະໜາມຫຼວງ ເລິມວຽນ.


top