• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ລາຍ​ການ “​ທ່ອງ​ທ່ຽວ​ຜ່ານ​ບັນ​ດາ​ເຂດ​ມໍ​ລະ​ດົກ ວຽດ​ບັກ”

ລາຍການ “ທ່ອງທ່ຽວຜ່ານບັນດາເຂດມໍລະດົກ ວຽດບັກ” ແມ່ນການເຄື່ອນໄຫວປະຈຳປີ ໄດ້ຮັບການຈັດຂຶ້ນແບບໝູນວຽນລະຫວ່າງ 6 ແຂວງລວມມີ: ກາວບັ່ງ, ບັກກ້ານ, ລ້າງເຊີນ, ຕວຽນກວາງ, ຮ່າຢາງ ແລະ ໄທງວຽນ.
ລາຍການສະແດງສິລະປະ (ພາບ: baotuyenquang.com.vn)

ຕອນຄ່ຳວັນທີ 25 ສິງຫາ, ຢູ່ນະຄອນ ບັກກ້ານ, ແຂວງບັກກ້ານ, ໄດ້ດຳເນີນພິທີໄຂລາຍການ “ທ່ອງທ່ຽວຜ່ານບັນດາເຂດມໍລະດົກ ວຽດບັກ” ຄັ້ງທີ XV ປີ 2024. ພິທີໄຂໄດ້ສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວດ້ວຍລາຍການສະແດງຂອງ 6 ຄະນະສິລະປະກອນ ດ້ວຍຫົວຂໍ້ “ໄປທ່ຽວທົ່ວເຂດ ວຽດບັກຮອບໜຶ່ງ”. ລາຍການ “ທ່ອງທ່ຽວຜ່ານບັນດາເຂດມໍລະດົກ ວຽດບັກ” ແມ່ນການເຄື່ອນໄຫວປະຈຳປີ ໄດ້ຮັບການຈັດຂຶ້ນແບບໝູນວຽນລະຫວ່າງ 6 ແຂວງລວມມີ: ກາວບັ່ງ, ບັກກ້ານ, ລ້າງເຊີນ, ຕວຽນກວາງ, ຮ່າຢາງ ແລະ ໄທງວຽນ. ລາຍການປີນີ້ໄດ້ຈັດຂຶ້ນໃນລະຫວ່າງວັນທີ 24 ສິງຫາ - 28 ສິງຫາ ດ້ວຍຫຼາຍການເຄື່ອນໄຫວຄື: ວັນບຸນຜະລິດຕະພັນກະເສດ OCOP (ໜຶ່ງໂຄງການໜຶ່ງຜະລິດຕະພັນ) ແລະ ວັດທະນະທຳອາຫານການກິນ 6 ແຂວງເຂດ ວຽດບັກ; ງານວາງສະແດງພາບຖ່າຍ, ພາບແຕ້ມການທ່ອງທ່ຽວເຂດ ວຽດບັກ, ການແຂ່ງລົດຖີບຕາມພູມສັນຖານ ຢູ່ແຂວງບັກກ້ານເປີດກວ້າງປີ 2024, ການແຂ່ງຂັນຜູ່ນຳທ່ຽວ… ໃນໂອກາດນີ້, ແຂວງບັກກ້ານກໍ່ໄດ້ຈັດບັນດາເຫດການເພື່ອສະເຫຼີມສະຫຼອງ 75 ປີແຫ່ງວັນປົດປ່ອຍ ບັກກ້ານ (24/8/1949 - 24/8/2024).

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ທິດ​ສະ​ດີ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ທິດ​ສະ​ດີ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ທ່ານ​ ຫງວຽນ​ຊວັນຖັງ ປະ​ທານ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ ຫວຽດ​ນາມ ຢັ້ງ​ຢື​ນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ສະ​ໜັບ​ສະ​ໜູນ​ລາວ​ໃນ​ພາ​ລະ​ກິດ​ແຫ່ງ​ການ​​ສ້າງສາ, ພັດ​ທ​ະ​ນາ​ປະ​ເທດ​ຊາດ.

Top