• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ງານ​ວາງ​ສະ​ແດ​ງ​ຮູບ​ຖ່າຍ “ພັກ​ກອມ​ມູ​ນິດ​ຫວຽດ​ນາມຄົບ​ຮອບ 90 ປີ”

 ພິທີໄຂງານວາງສະແດງຮູບຖ່າຍ “ພັກກອມມູນິດຫວຽດນາມຄົບຮອບ 90 ປີ” ໄດ້ຖືກຈັດຂຶ້ນໃນຕອນເຊົ້າວັນທີ 15 ທັນວາ ຢູ່ນະຄອນເກີນເທີ. ນີ້ແມ່ນການເຄື່ອນໄຫວທີ່ແທດຈິງ ເພື່ອຄ່ຳນັບຮັບຕ້ອນເຫດການສະເຫຼີມສະຫຼອງ 90 ປີ ແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (3/2/1930 – 3/2/2020) ແລະ 75 ປີ ແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22/12/1944 - 22/12/2019).

ງານວາງສະແດງລວມມີຮູບຖ່າຍ 100 ກວ່າແຜ່ນ

ງານວາງສະແດງລວມມີຮູບຖ່າຍ 100 ກວ່າແຜ່ນ ເຊິ່ງໄດ້ແນະນຳບັນດາໄລຍະທາງທີ່ສະຫງ່າອົງອາດຂອງພັກກອມມູນິດຫວຽດນາມ ໃນໄລຍະ 90 ປີທີ່ຜ່ານມາ. ນີ້ແມ່ນໂອກາດເພື່ອໃຫ້ລຸ້ນຄົນປັດຈຸບັນ ທົບທວນຄືນບັນດາໄລຍະປະຫວັດສາດ ທີ່ສະຫງ່າລາສີຂອງຊາດ. ເນື່ອງໃນໂອກາດນີ້ ຢູ່ນະຄອນເກີນເທີ ກໍໄດ້ໄຂງານວາງສະແດງພາບຖ່າຍ “ກອງທັບປະຊາຊົນຫວຽດນາມ - 75 ປີ ແຫ່ງການເຕີບໃຫຍ່ ແລະ ຂະຫຍາຍຕົວ”. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ເຈິ່ນຫວຽດເຟືອງ ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ນະຄອນ ເກີນເທີ ໃຫ້ຮູ້ວ່າ:

          “ງານວາງສະແດງຮູບຖ່າຍ ແມ່ນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ, ປັບປຸງຄວາມເຊື່ອໝັ້ນທີ່ມີຕໍ່ພັກ, ລັດ ແລະ ກອງທັບ ເພື່ອແນໃສ່ປຸກລຸກ ແລະ ເສີມຂະຫຍາຍຄວາມຮັບຜິດຊອບຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ໃນການສ້າງພື້ນຖານປ້ອກັນຊາດທົ່ວປວງຊົນໃຫ້ໝັ້ນຄົງເຂັ້ມແຂງ, ສ້າງທ່າສະໜາມສົງຄາມປະຊາຊົນໃຫ້ໝັ້ນຄົງໜັກແໜ້ນ, ສ້າງກອງທັບປະຊາຊົນປະຕິວັດໃຫ້ເປັນກຳລັງຫຼວງ ແລະ ທັນສະໄໝເທື່ອລະກ້າວ”.

          ກ່ອນໜ້ານັ້ນໃນວັນທີ 14 ທັນວາ, ຢູ່ນະຄອນດ່າໜັງ ກໍໄດ້ຈັດລາຍງານພົບປະແລກປ່ຽນສະແດງດົນຕີສາກົນ ດ່າໜັງ - ຮັບຕ້ອນລະດູບານໃໝ່ 2020”. ນີ້ແມ່ນລາຍການສະແດງດົນຕີ ເນື່ອງໃນໂອກາດທ້າຍປີ ເພື່ອສະຫງວນໃຫ້ແກ່ວົງຄະນະຍາດຊາວຕ່າງປະເທດພວມດຳລົງຊີວິດ ແລະ ເຮັດວຽກຢູ່ດ່າໜັງ.

ນາງ ອີຣີນາ ມາຈາກວົງດົນຕີ ກູຣິນນາ ຂອງ ຢູແກຼນ ໃຫ້ຮູ້ວ່າ:

          “ພວກຂ້າພະເຈົ້າ ຢາກນຳດົນຕີ ມາແນະນຳກ່ຽວກັບວັດທະນະທຳ, ປະເທດຊາດ ຂອງພວກຂ້າພະເຈົ້າ ໂດຍຜ່ານບັນດາບົດເພງ, ບົດດົນຕີ. ຂ້າພະເຈົ້າ ໄດ້ດຳລົງຊີວິດຢູ່ດ່າໜັງເປັນເວລາ 3 ປີ ແລ້ວ, ມີຄວາມຮູ້ສຶກກ່ຽວກັບຊາວດ່າໜັງທີ່ສະໜິດສະໜົມ, ມີຈິດໃຈຮັກແພງແຂກ. ຂ້າພະເຈົ້າ ຫວັງວ່າ ບັນດາບົດເພງທີ່ມີຊີວິດຊີວາ ທີ່ພວກຂ້າພະເຈົ້າ ໄດ້ສະແດງ ຈະເຮັດໃຫ້ທຸກໆຄົນ ມີຄວາມປະທັບໃຈ”.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top